ເລີ່ມຕົ້ນການສົ່ງສົບບັນດາຜູ້ປະສົບເຄາະຮ້າຍຂອງເຫດການເຮືອບິນMH-17ຕົກກັບເມືອDonetsk
(ພາບປະກອບຈາກ Reuters)
(vovworld) – ຕອນບ່າຍວັນທີ 20/7, ກະຊວງສະພາວະສຸກເສີນ ຢູແກຼນ ໃຫ້ຮູ້ວ່າ, ບັນດາພາລະກອນກູ້ໄພກູ້ຊີບໄດ້ຊອກເຫັນສົບຂອງ 198 ຄົນໃນຈຳນວນ 298 ຄົນເສຍຊີວິດໃນຖ້ຽວບິນ MH 17 ຖືກຕົກຢູ່ພາກຕາເວັນອອກ ຢູແກຼນ ໃນວັນທີ 17/7 ແລະ ໄດ້ເລີ່ມຕົ້ນການສົ່ງສົບຂອງຜູ້ປະສົບເຄາະຮ້າຍນີ້ກັບເມືອ Donetsk. ບັນດາພາລະກອນຕິດຕາມກວດກາຂອງອົງການຮ່ວມມືສາກົນ ແລະ ປ້ອງກັນຄວາມສະຫງົບ ເອີລົບ (OSCE) ໄດ້ກວດກາລົດໄຟຂົນສົ່ງສົບຂອງບັນດາຜູ້ປະສົບເຄາະຮ້າຍ ກ່ອນທີ່ເດີນທາງອອກຈາກເທດສະບານເມືອງ Torez, ບ່ອນທີ່ໃກ້ກັບສະຖານທີ່ເຮືອບິນຕົກ, ເຖິງ Donetsk. ກ່ອນໜ້ານັ້ນ, ຜູ້ຕາງໜ້າຂອງອຳນາດການປົກຄອງ ຢູແກຼນ ແລະ ບັນດາກຳລັງທີ່ທວງໃຫ້ຫັນເປັນສະຫະພັນຢູ່ ພາກຕາເວັນອອກ ບັນລຸໄດ້ຄວາມເຫັນດີເປັນເອກະສັນໃນເບື້ອງຕົ້ນກ່ຽວກັບເລື່ອງຍົກຍ້າຍສົບຂອງບັນດາຜູ້ປະສົບເຄາະຮ້າຍ. ພາຍຫຼັງສົ່ງເຖິງ Donetsk, ສົບຂອງບັນດາຜູ້ປະສົບເຄາະຮ້າຍຈະໄດ້ມອບສົ່ງໃຫ້ນັກຊ່ຽວຊານນິຕິເວດ.