ເລີ່ມຕົ້ນໂຄງການ “ເຄືຍຂ່າຍການກະທຳຫລຸດຜ່ອນ-ນຳໃຊ້ຄືນແລະຜະລິດຂີ້ເຫຍື້ອພລາສຕິກຄືນໃໝ່(3R)ຢູ່ຫວຽດນາມ”
(VOVWORLD) - ໂຄງການ “ເຄືອຂ່າຍການກະທຳກ່ຽວກັບການຫລຸດຜ່ອນ - ນຳໃຊ້ຄືນ ແລະ ຜະລິດຂີ້ເຫຍື້ອພລາສຕິກຄືນໃໝ່ (3R) ຢູ່ ຫວຽດນາມ ຍັງຕັ້ງຄວາມຫວັງ ເຂົ້າໃນເລື່ອງທັງແກ້ໄຂບັນຫາຂີ້ເຫຍື້ອພລາສຕິກ ທັງນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດອີກດ້ວຍ.
ໃນຕອນບ່າຍວັນທີ 21 ມີນາ, ທີ່ນະຄອນ ຮ້າລອງ (ກວ໊າງນິງ) ໄດ້ດຳເນີນພິທີເລີ່ມຕົ້ນໂຄງການ “ເຄືອຂ່າຍການກະທຳກ່ຽວກັບການຫລຸດຜ່ອນ - ນຳໃຊ້ຄືນ ແລະ ຜະລິດຂີ້ເຫຍື້ອ ພລາສຕິກຄືນໃໝ່ (3R) ຢູ່ ຫວຽດນາມ” ອຸປະຖຳໂດຍກອງທຶນ Coca – Cola ທົ່ວໂລກ; ທ່ານນາງ ຫງວຽນທິທູຈາງ ຮອງຜູ້ອຳນວຍການຮັບຜິດຊອບໂຄງການໃຫ້ຮູ້ວ່າ:
“ສິ່ງສຳຄັນທີ່ພວກເຮົາມຸ່ງໄປເຖິງແມ່ນ ປ່ຽນແປງການນຳໃຊ້ເຄື່ອງ ພລາສຕິກເທື່ອດຽວ. ແລະ ເພື່ອໃຫ້ມີການປ່ຽນແປງນັ້ນ ພວກເຮົາຕ້ອງໄດ້ຈັດຕັ້ງການຝຶກອົບຮົມ, ເຜີຍແຜ່, ບຳລຸງສ້າງ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຂອງແມ່ຍິງທີ່ມີແນວຄວາມຄິດ: ຫລຸດຜ່ອນຂີ້ເຫຍື້ອອົງຄະທາດ, ສົມທົບກັບການເກັບທ້ອນສິ່ງເສດເຫຼືອມາເຮັດດິນຈ່ີ Ecobricks ການໂຄສະນາ ບໍ່ນໍາໃຊ້ຖົງຢາງພລາສຕິກ ຢູ່ຕະຫຼາດ ຫາກນຳໃຊ້ຖົງທີ່ເປັນມິດຕໍ່ສິ່ງແວດລ້ອມມາປ່ຽນແທນ ໃຫ້ແກ່ຂະບວນການນັ້ນ”
ບໍ່ພຽງແຕ່ມຸ່ງໄປເຖິງການປ່ຽນແປງທາງດ້ານຄວາມຮັບຮູ້ ແລະ ການກະທຳຂອງຜູ້ທີ່ນຳໃຊ້ຜະລິດຕະພັນພລາສຕິກເທົ່ານັ້ນ, ໂຄງການ “ເຄືອຂ່າຍການກະທຳກ່ຽວກັບການຫລຸດຜ່ອນ - ນຳໃຊ້ຄືນ ແລະ ຜະລິດຂີ້ເຫຍື້ອພລາສຕິກຄືນໃໝ່ (3R) ຢູ່ ຫວຽດນາມ ຍັງຕັ້ງຄວາມຫວັງ ເຂົ້າໃນເລື່ອງທັງແກ້ໄຂບັນຫາຂີ້ເຫຍື້ອພລາສຕິກ ທັງນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດອີກດ້ວຍ.