ທັດສະນີຍະພາບ ຈ່າງອານ, ແຂວງ ນິງບິ່ງ
(ພາບອິນເຕີແນັດ)
(vovworld) - ວັນທີ 22/2, ຄະນະຖ່າຍທຳຮູບເງົາ “Kong:Skull Island“ (ໝາຍຄວາມວ່າ “ຄິງຄອງ: ເກາະກະໂຫຼກຫົວ“) ເລີ່ມຖ່າຍທຳຮູບພາບທຳອິດໃນກຸ່ມທັດສະນີຍະພາບ ຈ່າງອານ, ແຂວງ ນິງບິ່ງຢ່າງເປັນທາງການ. ບັນດາສະຖານທີ່ຂຶ້ນກັບແຂວງ ກວາງບິ່ງ ກໍ່ໄດ້ຮັບເລືອກເປັນບ່ອນຖ່າຍທຳໃຫ້ບ່ອນຢູ່ຂອງຄິງຄອງໂຕໃຫຍ່ຢູ່ເກາະທີ່ຮົກເຮື້ອວ່າງເປົ່າ.ຮູບເງົາເລື່ອງນີ້ແມ່ນເວົ້າເຖິງເລື່ອງບັນດານັກພະຈົນໄພຄົ້ນຫາ ເກາະກະໂຫຼກຫົວ ເພື່ອຊອກຫາເຮືອນຂອງຄິງຄອງໂຕນີ້.
ທ້າຍສັບປະດາກ່ອນນີ້, ນັກສະແດງປະມານ 300 ຄົນຂອງຄະນະຖ່າຍທຳຮູບເງົາ ອາເມລິກາ ໄດ້ມາ ຫວຽດນາມ ເພື່ອເຂົ້າຮ່ວມການຖ່າຍທຳຮູບເງົາຂອງຜູ້ກຳກັບການສະແດງ Jordan Vogt-Roberts, ໃນນັ້ນມີດາລາຮູບເງົາຫຼາຍຄົນ. ກ່ອນໜ້ານັ້ນທີ່ການປະຊຸມຂ່າວວັນທີ 21/2, ບັນດານັກຖ່າຍທຳຮູບເງົາ ໄດ້ສະແດງຄວາມນິຍົມຕໍ່ຄວາມງາມທຳມະຊາດຂອງ ຫວຽດນາມ ກໍ່ຄືຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ.