ນັກສຶກສາເຂົ້າຮ່ວມລາຍການມອດໄຟເຫນຶ່ງຊົ່ວໂມງ
ພື່ອຫນ່ວຍໂລກ
ພາບ:http://vnexpress.net
|
(vovworld)- ຕອນຄ່ຳວັນທີ 23/3, ນະຄອນຫລວງ ຮ່າໂນ້ຍ ຈະຈັດຕັ້ງພິທີການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ,ນັບແຕ່ເວລາ 20ໂມງ 30 ນາທີ ຮອດ 21 ໂມງ 30 ນາທີ, ເປີດສາກໃຫ້ບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ 2015.
ດ້ວຍສານທີ່ວ່າ “ປະຢັດພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”, ຕອນເຊົ້າວັນທີ 22/3 ມີຊາວຫນຸ່ມ, ນັກສຶກສາບັນດາມະຫາວິທະຍາໄລໃນບໍລິເວນນະຄອນປະມານ 1000 ຄົນໄດ້ພາກັນຂີ່ລົດຖີບລົງຖະຫນົນຫລາຍສາຍຢູ່ນະຄອນຫລວງ ແລະ ເຮັດອະນາໄມເກັບຂີ້ເຫຍື່ອຢູ່ສວນສາທາລະນະຈຳນວນຫນຶ່ງ. ເພື່ອນ ຫງວຽນທິກີມຈີ, ນັກສຶກສາປີທີ 1 ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ໃຫ້ຮູ້ວ່າ: ນັບແຕ່ເຊົ້າ ພ້ອມກັບນັກສຶກສາຮ້ອຍຄົນທີ່ຂຶ້ນກັບບັນດາວິທະຍາໄລຢູ່ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ. ບໍ່ພຽງແຕ່ຕອບສະຫນອງຂະບວນການດັ່ງກ່າວ, ພວກເພື່ອນຍັງໂຄສະນາໃຫ້ແກ່ຄອບຄົວ ແລະ ໝູ່ເພື່ອນພ້ອມກັນປະຢັດພະລັງງານ. ເພື່ອນກີມຈີ ໃຫ້ຮູ້ວ່າ:
“ລາຍການນີ້ພຽງດຳເນີນໄປໃນເວລາ ຫນຶ່ງຊົ່ວໂມງ, ສຳລັບຫລາຍຄົນວຽກນີ້ແມ່ນນ້ອຍ, ບໍ່ມີຄວາມໝາຍປານໃດ ແຕ່ຖ້າທົ່ວປະເທດຮ່ວມແຮງຮ່ວມໃຈເຮັດ ຈະສ້າງຄວາມໝາຍອັນໃຫຍ່ຫລວງ.”