ເລີ່ມລົງມືກໍ່ສ້າງຂົວໄປລວນ2ຂ້າມຜ່ານຊາຍແດນຫວຽດນາມ-ຈີນ

ເລີ່ມລົງມືກໍ່ສ້າງຂົວໄປລວນ2ຂ້າມຜ່ານຊາຍແດນຫວຽດນາມ-ຈີນ - ảnh 1
ທ່ານ​ເລກວາງ​ຕູ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ກວາງ​ນິງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ

(vovworld) – ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ຂົວໄ​ປ​ລວນ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ນະ​ຄອນ ມ໋ອງ​ກ໋າຍ, ແຂວງ ກວາງ​ນີງ. ກິດ​ຈະ​ກຳ​ມີ​ຄວາມ​ໝ​າຍ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ ຈີນ ກ່ຽວ​ກັບ​ການ​ຂົ​ນ​ສົ່ງ​ສິນ​ຄ້າ, ຜູ້​ໂດຍ​ສານ, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ ໄປ​ - ມາ ​ແລກ​ປ່ຽນ​ການ​ຄ້າ​ ​ລະ​ຫວ່າງ 2 ຝ່າຍ.

        ເລື່ອງກໍ່​ສ້າງ​ຂົວ ໄ​ປ​ລວນ 2 ຮັບ​ປະ​ກັນຫຼັກ​ການບໍ່​ເຮັດ​ໃຫ້ປ່ຽນ​ແປງ​ກະ​ແສ​ນ້ຳ​ໄຫຼ, ບໍ່​ຮັດ​ແຄບ​ແມ່​ນ້ຳ, 2 ຝ່າຍ​ມີ​ກັນ​ກຳ​ມະ​ສິດ​ຮ່ວມ. ຂົວ​ສ້າງ​ດ້ວຍ ເບ​ຕົງ​ເສີມ​ເຫຼັກ, ກ້​ວາງກ່​ວາ 27 ມ, ຍາວ 618 ມ. ຍອດ​ເງິນ​ລົງ​ທຶນ​ຈາກ​ຝ່າຍ ຫວຽດ​ນາມ​ແມ່ນ​ກ່​ວາ 335 ຕື້​ດົ່ງ.

        ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ, ທ່ານ​ເລກວາງ​ຕູ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ກວາງ​ນິງ, ຢືນ​ຢັນ​ວ່າ:

        “ລັດ​ຖະ​ບານ 2 ປະ​ເທດ ຫວຽດ​ນາມ ແລະ ຈີນ ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການກໍ່​ສ້າງ​ຂົວ​ທາງ​ບົກ 2 ​ຕັ້ງຂ້າມ​ແມ່​ນ້ຳ ໄປ​ລວນ ເພື່ອ​ຍົກ​ລະ​ດັບ​ການ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ ຈີນ, ຕອ​ບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ສິນ​ຄ​້າ ແລະ ຜູ້​ໂດຍ​ສານ, ​ເປີດ​ກ້​ວາງ​ການ​ແລກ​ປ່ຽນ​ຄ້າ​ຂາຍ​, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ລະ​ຫວ່າງ 2 ຝ່າຍ.”

ຂ່າວ/ບົດ​ອື່ນ