(vovworld) – ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ ຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ ແລະ ໃນຂອບເຂດລາຍການສົ່ງເສີມການຄ້າແຫ່ງຊາດປີ 2014, ວັນທີ 16/09, ກະຊວງອຸດສາຫະກຳການຄ້າ ສົມທົບກັບບັນດາອົງການກ່ຽວຂ້ອງຂອງສະຫະພັນລັດເຊຍ ຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ - ລັດເຊຍ ຢູ່ນະຄອນຫຼວງມົດສກຸ, ປະເທດລັດເຊຍ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Nhikolaievich Kurochkin, ຮອງປະທານຫ້ອງການການຄ້າ - ອຸດສາຫະກຳລັດເຊຍ ແລະ ທ່ານ ຫງວຽນຮຸ່ງ, ອຸປະທູດຫວຽດນາມ ປະຈຳສະຫະພັນລັດເຊຍ, ພ້ອມກັນຫວນຄືນບັນດາບາດກ້າວສຳຄັນໃນການພົວພັນຮ່ວມມືດ້ານເສດຖະກິດ -ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ແລະ ຢືນຢັນຄວາມໝາຍສຳຄັນຂອງເວທີປາໄສກັບການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ. ພິເສດແມ່ນໃນໄລຍະໃໝ່ມີບັນດາສິ່ງທ້າທາຍ, ແຕ່ກໍ່ມີກາລະໂອກາດຫຼາຍຢ່າງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວູຮຸຍຮ່ວາງ ໃຫ້ຮູ້ວ່າ.
“ແນ່ນອນວ່າ, ບັນດາວິສາຫະກິດລັດເຊຍ ເຂົ້າຫວຽດນາມ ບໍ່ພຽງແຕ່ລົງທຶນເຂົ້າຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຖືວ່າຫວຽດນາມ ແມ່ນຂົວຕໍ່ລະຫວ່າງສະຫະພັນລັດເຊຍ ກັບປະຊາຄົມ 10 ປະເທດອາຊຽນ ທີ່ມີຈຳນວນປະຊາກອນກວ່າ 600 ລ້ານຄົນ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ຊຸກຍູ້ບັນດາການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຄືດັ່ງຄຳຊີ້ນຳຂອງການນຳຂັ້ນສູງ 2 ຝ່າຍ, ພິເສດແມ່ນຕາມຈິດໃຈບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດກອງປະຊຸມລະຫວ່າງລັດຖະບານ 2 ປະເທດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ”.
ເນື່ອງໃນໂອກາດນີ້, ມີວິສາຫະກິດຫວຽດນາມ ແລະ ລັດເຊຍ ຫຼາຍແຫ່ງໄດ້ລົງນາມໃນຂໍ້ຕົກລົງ, ບົດບັນທຶກຊ່ວຍຈຳ, ສັນຍາຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານເພື່ອກ້າວໄປເຖິງການສ້າງຕັ້ງການພົວພັນດ້ານການຄ້າ ແລະ ລົງທຶນໂດຍກົງເຂົ້າຕະຫຼາດຂອງກັນ.