(vovworld) – ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ, ຕອນບ່າຍວັນທີ 08/11, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານາທິບໍດີອີຕາລີ Sergio Mattarella ແລະ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ເປັນປະທານເວທີປາໄສຍຸດທະສາດຫວຽດນາມ - ອີຕາລີ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານາທິບໍດີ Sergio Mattarella ຢືນຢັນວ່າ ປະຊາຄົມວິສາຫະກິດ 2 ປະເທດມີບັນດາກາລະໂອກາດຮ່ວມມືໃນວິວັດການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ. ດ້ວຍຈຸດຄ້າຍຄືກັນກ່ຽວກັບຮູບແບບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຕໍ່ໜ້າບັນດາສິ່ງທ້າທາຍກ່ຽວກັບການໂລກາພິວັດ, 2 ຝ່າຍໄດ້ພ້ອມກັນແບ່ງປັນບົດຮຽນເພື່ອພ້ອມກັບພັດທະນາ. ທ່ານກໍຢືນຢັນວ່າ, ບັນດາວິສາຫະກິດອີຕາລີ ພວມເຄື່ອນໄຫວຢູ່ຫວຽດນາມ ບັນລຸຜົນສຳລັດ ຈະແມ່ນຂົວເຊື່ອມຕໍ່ໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ໃນບັນດາການພົບປະ, ເຈລະຈາກັບການນຳຂັ້ນສູງຫວຽດນາມ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານາທິບໍດີອີຕາລີ Sergio Mattarella ຢືນຢັນຄວາມຕັດສິນໃຈຊຸກຍູ້ການພົວພັນຫຼາຍດ້ານກັບຫວຽດນາມ.