ເວທີປາໄສປະຊາທິປະໄຕບາລີຄັ້ງທີ X ໄຂຂຶ້ນຢູ່ ບານແຕນ ປະເທດ ອິນໂດເນເຊຍ

(VOVWORLD) -ດ້ວຍຫົວຂໍ້ “Does democracy deliver?”, ເວທີປາໄສປະຊາທິປະໄຕ ບາລີ (BDF) ຄັ້ງທີ X ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ທັນວາ ຢູ່ Banten ປະເທດ ອິນໂດເນເຊຍ. 
ເວທີປາໄສປະຊາທິປະໄຕບາລີຄັ້ງທີ X ໄຂຂຶ້ນຢູ່ ບານແຕນ ປະເທດ ອິນໂດເນເຊຍ - ảnh 1 ຜູ້ແທນມາຈາກບັນດາປະເທດເຂົ້າຮ່ວມເວທີປາໄສ

 ເຂົ້າຮ່ວມເວທີປາໄສ ມີທ່ານຮອງປະທານາທິບໍດີ ອິນໂດເນເຊຍ Yusuf Kalla, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, Retno Marsudi ພ້ອມກັບ ຜູ້ແທນ 100 ຄົນທີ່ມາຈາກ 96 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນຄື: ອາຊຽນ, ສະຫະພາບເອີລົບ, ສປຊ… ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, Retno Marsudi ແບ່ງປັນວ່າ:

        “ເວທີປາໄສປະຊາທິປະໄຕ ບາລີ ຄັ້ງນີ້ ມີຫລາຍຈຸດໃຫມ່ເມື່ອທຽບໃສ່ຊຸມປີກ່ອນນີ້. ເປັນຄັ້ງທຳອິດ, ບັນດາທ່ານລັດຖະມົນຕີຈະເຂົ້າຮ່ວມວາລະປຶກສາຫາລື 2 ຄັ້ງ ແລະ ຊອກຫາວິທີເພື່ອຮັບປະກັນເນື້ອໃນກ່ຽວກັບບັນຫາປະຊາທິປະໄຕ. ເປັນຄັ້ງທຳອິດພວກຂ້າພະເຈົ້າຈັດຕັ້ງກອງປະຊຸມປະຊາທິປະໄຕນັກສຶກສາ”

        ຄຽງຄູ່ບັນດາວາລະປຶກສາຫາລືຂອງບັນດາທ່ານລັດຖະມົນຕີ, ມີນັກສຶກສາ 150 ຄົນຕາງຫນ້າໃຫ້ກວ່າ 60 ປະເທດ, ໃນນັ້ນ ມີຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືສອງຄັ້ງ ດ້ວຍຫົວຂໍ້ວ່າ: “ບົດບາດ ແລະ ການປະກອບສ່ວນຂອງນັກສຶກສາໃນວິວັດທະນາການການເມືອງ ແລະ ປະຊາທິປະໄຕ” ແລະ “ຄວາມຫວັງກ່ຽວກັບການພັດທະນາພື້ນຖານປະຊາທິປະໄຕ. ທັດສະນະຂອງນັກສຶກສາ ແລະ ໄວຫນຸ່ມ”

ຕອບກັບ

ຂ່າວ/ບົດ​ອື່ນ