ເວທີປາໄສວິສາຫະກິດ ຫວຽດນາມ ກາງສະໄໝປີ 2019

(VOVWORLD) - ເວທີປາໄສວິສາຫະກິດ ຫວຽດນາມ (VBF) ກາງສະໄໝປີ 2019 ດ້ວຍຫົວຂໍ້ວ່າ “ບົດບາດຂອງປະຊາຄົມວິສາຫະກິດໃນການພັດທະນາຢ່າງວ່ອງໄວຕິດພັນກັບຄວາມໝັ້ນຄົງ” ໄດ້ດຳເນີນໃນຕອນເຊົ້າວັນທີ 26 ມິຖຸນາ. 

ເຫດການໂດຍສະຫະພັນ VBF ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ (WB), ອົງການການເງິນສາກົນ (IFC) ຈັດຕັ້ງຂຶ້ນ.

ເວທີປາໄສວິສາຫະກິດ ຫວຽດນາມ ກາງສະໄໝປີ 2019 - ảnh 1 ເວທີປາໄສວິສາຫະກິດ ຫວຽດນາມ ກາງສະໄໝປີ 2019

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາສະພາບຕົວຈິງ ແລະ ສະເໜີບັນດາມາດຕະການໃນບັນດາກຸ່ມຂະແໜງ: ພື້ນຖານໂຄງລ່າງ ແລະ ພະລັງງານ; ຕະຫລາດເງິນທຶນ ແລະ ທະນາຄານ; ການສຶກສາ ແລະ ບຳລຸງສ້າງ; ຊັບພະຍາກອນມະນຸດ; ກະສິກຳ; ການລົງທຶນ ແລະ ການຄ້າ; ພາສີອາກອນ; ການທ່ອງທ່ຽວ. ເມື່ອແລກປ່ຽນກັບປະຊາຄົມວິສາຫະກິດເຂົ້າຮ່ວມເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ເນັ້ນໜັກວ່າ: ປັດຈຸບັນ, ລັດຖະບານ ຫວຽດນາມ ພວມຢຶດໝັ້ນຜັນຂະຫຍາຍບາງກຸ່ມມາດຕະຫານໃຫຍ່. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຢືນຢັນວ່າ ປະຊາຄົມວິສາຫະກິດແມ່ນກຳລັງໜູນໃຫ້ແກ່ການເຕີບໂຕ, ເປັນເຈົ້າກຳ, ເປັນກຳລັງຫັນບັນດາເປົ້າໝາຍຂອງລັດຖະບານໃຫ້ປະກົດຜົນຈິງ. ທ່ານກ່າວວ່າ:

        “ກ່ຽວກັບເສດຖະກິດ, ວິສາຫະກິດຄວນດຸ່ນດ່ຽງລະຫວ່າງເປົ້າໝາຍກຳໄລກັບການປະພຶດຢ່າງສົມເຫດສົມຜົນກັບຊາວຜູ້ອອກແຮງງານ, ສ້າງໂອກາດໃຫ້ແກ່ຊາວຜູ້ອອກແຮງງານພັດທະນາອາຊີບ ແລະ ລົງເລິກວິຊາສະເພາະ. ວິສາຫະກິດ ກໍ່ຄວນໝູນໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອພັດທະນາບັນດາແຫຼ່ງຊັບພະຍາກອນໃໝ່, ຊຸກຍູ້ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ. ກ່ຽວກັບແງ່ມູມນິຕິກຳ, ວິສາຫະກິດຕ້ອງປະຕິບັດບັນດາຂໍ້ກຳນົດກ່ຽວກັບດ້ານນິຕິກຳສຳລັບບັນດາຝ່າຍທີ່ກ່ຽວຂ້ອງຢ່າງຄົບຖ້ວນ. ກ່ຽວກັບແງ່ມູມຄຸນສົມບັດ, ອັນໃດວິສາຫະກິດຕັດສິນຖືກຕ້ອງ, ພ້ອມກັນແບ່ງປັນຜົນປະໂຫຍດ ຈະຖືດສັງຄົມຮັບຮູ້, ເຊີດຊູ.

ຕອບກັບ

ຂ່າວ/ບົດ​ອື່ນ