ວັນທີ 24/11, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດທີ່ປະທານາທິບໍດີ Israel ທ່ານ Shimon Peres ມາຢ້ຽມຢາມຫວຽດນາມນັ້ນ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບຫ້ອງການເສດຖະກິດ ແລະ ການຄ້າ, ສະຖານທູດ Israel ປະຈຳຫວຽດນາມ ຈັດຕັ້ງເວທີປາໄສ ວິສາຫະກິດຫວຽດນາມ - Israel ເພື່ອແນໃສ່ຊຸກຍູ້ການພົວພັນທາງດ້ານເສດຖະກິດ ການຄ້າລະຫວ່າງສອງປະເທດ. ທີ່ເວທີປາໄສ, ທ່ານຮອງນາຍົກໆ ຮ່ວາງຈູງຫາຍ ເນັ້ນໜັກວ່າ ລັດຖະບານຫວຽດນາມຍາມໃດກໍ່ສົ່ງເສີມ ແລະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດ Israel ມາດຳເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ແລະ Israel ກໍ່ມີຫຼາຍສິ່ງຫຼາຍຢ່າງ ເຊິ່ງວິສາຫະກິດສອງປະເທດສາມາດຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ. ສ່ວນ ປະທານາທິບໍດີ Israel ກໍ່ແບ່ງປັນບັນດາບົດຮຽນແຫ່ງການພັດທະນາຂອງ Israel ໃນຂົງເຂດ ກະສີກຳ ແລະເຕັກໂນໂລຢີສູງ ແລະ ປາຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອສ້າງກາລະໂອກາດພັດທະນາໃຫ້ທັງສອງຝ່າຍຕື່ມອີກ.
ໃນຂອບເຂດເວທີປາໄສ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງ VCCI ແລະ ສະຫະພັນບັນດາອົງການເສດຖະກິດ Israel; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ VCCI ກັບສະຫະພັນບັນດາຫ້ອງການການຄ້າ Israel ພາຍໃຕ້ການເປັນສັກຂີພິຍານຂອງການນຳສອງປະເທດ.