(vovworld) - ໃນຂອບເຂດສັບປະດາກອງປະຊຸມຊຸດຍອດຄັ້ງທີ 20 ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC) ຢູ່ນະຄອນ Vladivostoc, ສະຫະພັນລັດເຊຍ, ໃນ ວັນທີ 7-8/9 ໄດ້ດຳເນີນກອງປະຊຸມຂັ້ນສູງວິສາຫະກິດ APEC ປີ 2012.ດ້ວຍຫົວຂໍ້ວ່າ ”ແກ້ໄຂການທ້າທາຍ - ເປີດກວ້າງກາລະໂອກາດ”, ກອງປະຊຸມສຸມໄສ່ປຶກສາຫາລືມາດຕະການຕ່າງໆ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການຮ່ວມມືໃນພາກພື້ນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານປະທານປະເທດຈີນ ຫູຈີນເທົາ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບເສດຖະກິດໂລກ ແລະ ຖືວ່າການຟື້ນຟູຂອງເສດຖະກິດທົ່ວໂລກໃນປະຈຸບັນແມ່ນບໍ່ເປັນປົກກະຕິ ແລະ ໝັ້ນຄົງ. ທ່ານຖືວ່າ ບັນຫາໜີ້ສິນຂອງປະເທດຈຳນວນໜຶ່ງພວມຜັນແປໄປຢ່າງສັບສົມ ແລະ ຍາກທີ່ຈະແກ້ໄຂໄດ້, ໃນຂະນະນັ້ນລັດທິອາລັກຂາຍັງຄົງມີຢູ່. ພື້ນຖານເສດຖະກິດໂລກພວມປະເຊີນໜ້າກັບໄພຊຸດໂຊມນັບມື້ນັບເພີ່ມຂຶ້ນ. ສ່ວນປະທານາທິບໍດີ ເມກຊິກໂກ Filipe Calderon ກໍ່ຖືວ່າ, ໂລກຄວນມີການແລກປ່ຽນດ້ານການຄ້າຫຼາຍກວ່າ ແລະ ຊຸກຍູ້ການເຕີບໂຕຂຽວ ເພື່ອຜ່ານຜ່າວິກິດການເສດຖະກິດໃນປະຈຸບັນ.