ເວທີປາໄສສົ່ງເສີມການລົງທຶນແລະການຄ້າຫວຽດນາມ-ສະວິດຢູ່ເຊີແນວ
ເວທີປາໄສສົ່ງເສີມການລົງທຶນແລະ
ການຄ້າຫວຽດນາມ-ສະວິດຢູ່ເຊີແນວ
(ພາບ: TTXVN)
(vovworld) – ວັນທີ 07/12, ຄະນະຜູ້ຕາງໜ້າປະຈຳ ຫວຽດນາມ ຄຽງຂ້າງ ສະຫະປະຊາຊາດ (ສປຊ), ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ຈັດຕັ້ງເວທີປາໄສສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ສະວິດ ຢູ່ສຳນັກງານ ສປຊ ທີ່ ເຊີແນວ ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວຽດນາມ ແລະ ສະວິດ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ຫວຽດນາມ ຫງວຽນແຄ໋ງງ້ອກ, ບັນດາຜູ້ຕາງໜ້າຂອງກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD), ຜູ້ຕາງໜ້າຫ້ອງການການຄ້າ, ອຸດສາຫະກຳ ແລະ ການບໍລິການ ເຊີແນວ (CCIG), ພ້ອມກັບບັນດານັກບໍລິຫານວິສາຫະກິດເຂົ້າຮ່ວມ ແບ່ງປັນບັນດາກາລະໂອກາດ, ບົດຮຽນດຳເນີນທຸລະກິດໃນໄລຍະເຊື່ອມໂຍງເສດຖະກິດ ແລະ ການແກ່ງແຍ້ງໃນທົ່ວໂລກ. ທ່ານ Vincent Subilia, ຮອງຜູ້ອຳນວຍການຮັບຜິດຊອບບັນດາບັນຫາກຳມະການສາກົນຂອງ CCIG, ໄດ້ແນະນຳບັນດາໂອກາດຮ່ວມມືລົງທຶນ ແລະ ດຳເນີນທຸລະກິດຢູ່ ສະວິດ ໃຫ້ແກ່ບັນດານັກທຸລະກິດ ຫວຽດນາມ ເຂົ້າຮ່ວມເວທີປາໄສ. ບັນດານັກຊ່ຽວຊານ UNCTAD ໄດ້ໄຈ້ແຍກ, ຕີລາຄາຢ່າງພາລະວິໄສກ່ຽວກັບຕະຫລາດ ຫວຽດນາມ. ຄະນະຜູ້ຕາງໜ້າປະຈຳ ຫວຽດນາມ ຢູ່ ເຊີແນວ ໄດ້ຮັບການສ້າງຕັ້ງແຕ່ປີ 1984 ແລະ ນີ້ແມ່ນເທື່ອທຳອິດຈັດຕັ້ງເວທີປາໄສດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດຢູ່ ເຊີແນວ ສຳເລັດຜົນ. ໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງຄະນະຜູ້ຕາງໜ້າ ແມ່ນສະໜອງ ແລະ ສ້າງຂົວຕໍ່ສົ່ງເສີມການລົງທຶນ - ການຄ້າໃຫ້ບັນດາບໍລິສັດ ຫວຽດນາມ ແລະ ສະວິດ. ເວທີປາໄສໄດ້ສ້າງກາລະໂອກາດພົບປະແລກປ່ຽນໂດຍກົງ, ກົງໄປກົງມາ, ແບ່ງປັນແນວຄວາມຄິດລົງທຶນດຳເນີນທຸລະກິດ, ປະກອບສ່ວນ ນຳມາເຊິ່ງຜົນປະໂຫຍດ, ປະສິດທິຜົນ ແລະ ແທດຈິງ ໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ກໍຄືຢູ່ ສະວິດ.