ເວທີປາໄສ“ສື່ມວນຊົນ ແລະວິສາຫະກິດໄລຍະເຊື່ອມໂຍງເຂົ້າກັບສາກົນ”
ເວທີປາໄສ “ສື່ມວນຊົນ ແລະ ວິສາຫະກິດໄລຍະເຊື່ອມໂຍງເຂົ້າກັບສາກົນ” |
(vovworld)- ຕອນເຊົ້າວັນທີ 10/6, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມຈັດເວທີປາໄສດ້ວຍຫົວຂໍ້ວ່າ “ ສື່ມວນຊົນ ແລະ ວິສາຫະກິດໄລຍະເຊື່ອມໂຍງເຂົ້າກັບສາກົນ”. ບັນດາຜູ້ແທນທີ່ເຂົ້າຮ່ວມຕ່າງກໍຖືວ່າ ເວທີປາໄສຈະຊຸກຍູ້ສາຍພົວພັນຢ່າງສະໜິດແໜ້ນລະຫວ່າງວິສາຫະກິດ, ນັກທຸລະກິດກັບສື່ມວນຊົນໃນວຽກງານໂຄສະນາໜູນຊ່ວຍ, ພັດທະນາປະຊາຄົມວິສາຫະກິດ, ຍົກສູງປະສິດທິຜົນແຫ່ງການຜະລິດ, ດຳເນີນທຸລະກິດ. ທ່ານປະທານສະມາຄົມນັກຂ່າວຫວຽດນາມ ຖ້ວນຮິ້ວ ຢືນຢັນວ່າ :
“ ວິສາຫະກິດຕ້ອງການມີສື່ມວນຊົນເພື່ອໂຄສະນາ ແລະ ມີຂໍ້ມູນຂ່າວສານ ເພື່ອຮັບໃຊ້ການຜະລິດດຳເນີນທຸລະກິດ. ຈາກນັ້ນ ກໍໃຫ້ຂ່າວ, ໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນ, ການບໍລິການຂອງຕົນ, ສົ່ງເສີມ ລະດົມກຳລັງໃຈຕໍ່ບັນດາໝາກຜົນແຫ່ງການອອກແຮງງານຢ່າງມີຫົວຄິດປະດິດສ້າງ. ກົງກັນຂ້າມ ສື່ມວນຊົນຖືວິສາຫະກິດ, ນັກທຸລະກິດແມ່ນແຫຼ່ງຫົວເລື່ອງທີ່ອຸດົມສົມບູນ, ຫຼາຍຮູບຫຼາຍສີ, ເປັນແຫຼ່ງອາລົມເພື່ອປະດິດຄິດແຕ່ງບົດໜັງສືພິມ. ວິສາຫະກິດຍັງແມ່ນແຫຼ່ງໜູນຊ່ວຍດ້ານການເງິນອັນໃຫຍ່ຫຼວງ ແລະ ຂາດບໍ່ໄດ້ສຳລັບການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ ”