ເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດສະແດງບົດບາດໃນການຊຸກຍູ້ບັນດາຈຸດໝາຍພັດທະນາ


ເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດສະແດງບົດບາດໃນການຊຸກຍູ້ບັນດາຈຸດໝາຍພັດທະນາ - ảnh 1
ດ​ຣ Pratibha Mehta, ຜູ້​ປະ​ສານ​ງານ​​ຂອງ ສ​ປ​ຊ
ປະ​ຈຳ​ຫວຽດ​ນາມ
ພາບ:vietnamplus.vn

(vovworld)-​ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ ດ​ຣ Pratibha Mehta, ຜູ້​ປະ​ສານ​ງານ​​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132(IPU 132) ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ໃນ​ວັນ​ທີ 28/3-1/4/2015. ດ​ຣ Pratibha Mehta ໃຫ້​ຮູ້​ວ່າ: IPU 132 ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ ແລະ ພັດ​ທະ​ນາບ​ັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.  ກ່ຽວ​ຂ້ອງ​ເຖິງ​ຫົວ​ເລື່ອງ​ຂອງ IPU 132, ດ​ຣ Pratibha Mehta ຖື​ວ່າ: ສິ່ງ​ທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດ​ເພື່ອ​ປະ​ຕິ​ບັດ​ປະ​ສິດ​ທິ​ຜົນ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າກວ່າ​ອີກ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ວາງ​ແຜນ​ນະ​ໂຍ​ບາຍ, ພິ​ເສດ ແມ່ນ​ຢູ່​ຂັ້ນ​ຍຸດ​ທະ​ສາດ. ບັນ​ດາ​ລັດ​ຖະ​ສະ​ພາ​ຄວນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ບໍ່​ພຽງ​ແຕ່​ຢູ່​ບັນ​ດາ​ປະ​ເທດ ແລະ ລະ​ຫວ່າງ​ບັນ​ດາ​ປະ​ເທດ, ບັນ​ດາ​ກະ​ຊວງ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເທົ່າ​ນັ້ນ ຫາກ​ຢູ່ນອກ​ລັດ​ຖະ​ສະ​ພາ​ຄື: ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ພົນ​ລະ​ເຮືອນ ແລະ ພາກ​ເອ​ກະ​ຊົນ.

ຂ່າວ/ບົດ​ອື່ນ