ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ​ຄັ້ງ​ທີ 1 ຢູ່ ສ.ເກົາຫຼີ

(VOVWORLD) - ວັນທີ 29 ຕຸລາ, ສຳນັກຂ່າວ NEWSIS ຂອງ ສ.ເກົາຫຼີ ໄດ້ຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມຄັ້ງທີ 1 (The 1st Vietnam Economic Forum) ຢູ່ນະຄອນ ເຊີອຸນ ປະເທດ ສ.ເກົາຫຼີ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ​ຄັ້ງ​ທີ 1 ຢູ່ ສ.ເກົາຫຼີ - ảnh 1ທ່ານ ຫວູດ້າຍທັ້ງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ  ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ຫວຽດນາມຄັ້ງທີ 1 (ພາບ:  baodautu)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫວູດ້າຍທັ້ງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ ເນັ້ນໜັກວ່າ: ຂອບຂະໜາດພື້ນຖານເສດຖະກິດດີຈີຕອນ ຫວຽດນາມໃນປີ 2019 ບັນລຸໄດ້ 12 ຕື້ USD ແລະ ຄາດວ່າຈະເພີ່ມຂຶ້ນ 43 ຕື້ USD ໃນປີ 2025 ດ້ວຍບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ການຄ້າເອເລັກໂຕນິກ, ການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນດ… ນີ້ແມ່ນໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າຂົງເຂດການໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຜ່ານການຮ່ວມມື, ເຊື່ອມຕໍ່ ແລະ ໜູນຊ່ວຍດ້ານການເງິນສຳລັບບັນດາຄູ່ຮ່ວມມືພາຍໃນປະເທດ. ທ່ານ ຫວູດ້າຍທັ້ງ ໃຫ້ຮູ້ວ່າ ຍຸດທະສາດຮ່ວມມືກັບນັກລົງທຶນຕ່າງປະເທດໃນໄລຍະຈະມາເຖິງຂອງ ຫວຽດນາມ ແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການທີ່ມີເຕັກໂນໂລຢີກ້າວໜ້າ, ເຕັກໂນໂລຢີໃໝ່, ເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ການບໍລິຫານທີ່ທັນສະໄໝ, ມີມູນຄ່າເພີ່ມສູງ, ມີຜົນກະທົບແບບແຜ່ລາມ, ເຊື່ອມຕໍ່ລະບົບຜະລິດ ແລະ ການສະໜອງທົ່ວໂລກ.

        ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມຄັ້ງທີ 1, ທ່ານ  ຫວູດ້າຍທັ້ງ ໄດ້ເປັນປະທານຂອງການໂອ້ລົມສົນທະນາກັບບັນດາຜູ້ຕາງໜ້າຂອງວິສາຫະກິດ ສ.ເກົາຫຼີ ກ່ວາ 20 ແຫ່ງ ທີ່ມີຄວາມເອົາໃຈໃສ່ເຖິງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມເພື່ອແນໃສ່ແລກປ່ຽນບັນດາກາລະໂອກາດການລົງທຶນ, ແກ້ໄຂບັນດາຂໍ້ສະເໜີຂອງວິສາຫະກິດໃນບັນດາບັນຫາກ່ຽວກັບພະລັງງານ, ຄົມມະນາຄົມ, ພື້ນຖານໂຄງລ່າງ, ອຸດສາຫະກຳການປຸງແຕ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ