ຮອງເຈົ້າຄອງນະຄອນ Cape Town Neilson ກ່າວຄຳເຫັນທີ່ເວທີປາໄສ
(ພາບ: dangcongsan.vn)
|
(vovworld) - ຫ້ອງການການຄ້າອຸດສາຫະກຳນະຄອນ Cape Town ຂອງ ອາບຟຣີກາ ໃຕ້, ສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາໃຕ້ ສົມທົບກັບນະຄອນ Cape Town, ອຳນາດການປົກຄອງແຂວງ Western Cape ແລະ ຄະນະວິສາຫະກິດນະຄອນ ຮ່າໂນ້ຍ ຫາກໍ່ຈັດຕັ້ງ “ເວທີປາໄສໂຄສະນາການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຫວຽດນາມ - ອາບຟຣີກາໃຕ້”. ທີ່ເວທີປາໄສ, ບັນດາວິສາຫະກິດຂອງ ຮ່າໂນ້ຍ ແລະ Cape Town ດຳເນີນບັນດາການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ, ແນະນຳບັນດາຜະລິດຕະພັນ ແລະ ຄວາມສາມາດຂອງຕົນຢ່າງລະອຽດ, ໃນນັ້ນຊອກຮູ້ລະອຽດກ່ຽວກັບມາດຖານຮັບປະກັນຫຼັກອະນາໄມ, ຄວາມປອດໄພຂອງສິນຄ້າແຕ່ລະປະເພດ, ເງື່ອນໄຂສົ່ງອອກ - ນຳເຂົ້າ ແລະ ລະບຽບການພາສີຂອງແຕ່ລະປະເທດ… ມຸ່ງໄປເຖິງການເຊັນສັນຍາລະອຽດ. ບັນດາວິສາຫະກິດ ອາບຟຣີກາໃຕ້ ເອົາໃຈໃສ່, ຊົມເຊີຍຄຸນນະພາບບັນດາສິນຄ້າທີ່ໄດ້ນຳມາວາງສະແດງຂອງບັນດາວິສາຫະກິດ ຮ່າໂນ້ຍ. ກ່າວຄຳເຫັນທີ່ເວທີປາໄສ, ຮອງເຈົ້າຄອງນະຄອນ Cape Town Neilson ຊົມເຊີຍສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາໃຕ້ ແລະ ຄະນະຜູ້ແທນວິສາຫະກິດນະຄອນ ຮ່າໂນ້ຍ ໄດ້ໄປຍັງ Cape Town ຈັດຕັ້ງເວທີປາໄສໂຄສະນາໃນສະພາບນະຄອນ Cape Town ແລະ ນະຄອນ ຮ່າໂນ້ຍ ຈະເຊັນຂໍ້ຕົກລົງຮ່ວມມືແຮກສ່ຽວລະຫວ່າງ 2 ນະຄອນ. ທ່ານໄດ້ຍ້ອງຍໍຊົມເຊີຍບັນດາຜົນງານໃນການປ່ຽນໃໝ່ຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນ ຮ່າໂນ້ຍ ເວົ້າສະເພາະ, ຢັ້ງຢືນ Cape Town ປາດຖະໜາຢາກຮ່ວມມືກັບ ຮ່າໂນ້ຍ ໃນຂົງເຂດວາງແຜນຜັງຄຸ້ມຄອງຕົວເມືອງ, ພັດທະນາເສດຖະກິດ, ເປີດກ້ວາງຕະຫຼາດ, ໂຄສະນາຊຸກຍູ້ພັດທະນາການທ່ອງທ່ຽວ.