ເວທີປາໄສໂອ້ລົມ ສົນທະນາດ້ານປ້ອງກັນ ຊາດສາກົນ Jarkarta
ນະຄອນຫຼວງ Jarkarta
(ພາບ:vi.hotels.com)
( vovworld ) – ວັນທີ 21/3, ເວທີປາໄສໂອ້ລົມສົນທະນາດ້ານປ້ອງກັນຊາດສາກົນ Jarkarta ຄັ້ງທີ 2 (IDD 2012) ໄດ້ຖືກໄຂຂຶ້ນຢູ່ສູນກອງປະຊຸມສາກົນທີ່ນະຄອນຫຼວງ Jarkarta ປະເທດ Indonesia. ເວທີປາໄສໄດ້ສຸມໃສ່ຫົວຂໍ້ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ ກໍຄືໃນທົ່ວໂລກ ໃນສະພາບການດ້ານການເມືອງໂລກມີບັນດາການຜັນແປ່ຢ່າງໄວວາ ແລະ ສັບສົນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານເລຂາທິການໃຫ່ຍສະຫະປະຊາຊາດ Ban Ki Moon ໄດ້ຕີລາຄາສູງຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ Indonesia ໃນການຈັດຕັ້ງເວທີປາໄສຄັ້ງນີ້; ພ້ອມທັງຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ປະເທດຕ່າງໆສາມາດໂອ້ລົມສົນທະນາ, ແລກປ່ຽນກ່ຽວກັບບັນດາໄພນາບຂູ່, ການທ້າທາຍລວມໃນປະຈຸບັນ ແລະ ຊອກຫາວິທີການຮັບມື. ທ່ານເລຂາທິການໃຫ່ຍສະຫະປະຊາຊາດ Ban Ki Moon ໄດ້ເນັ້ນໜັກເຖິງບັນດາການຜັນແປຜິດປົກກະຕິຢູ່ຕາເວັນອອກກາງ ແລະ ອາຟຼິກກາເໜືອ, ໂດຍສະເພາະແມ່ນສະພາບການຢູ່ Syria, ບັນດາຫານີວເຄຼຍຂອງ Iran ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ, ສະພາບການຢູ່ອາຟິຼກກາ ແລະ ອາເມລິກາລາຕິນ. ທ່ານເລຂາທິການໃຫ່ຍສະຫະປະຊາຊາດ Ban Ki Moon ຮຽກຮ້ອງໃຫ້ບັນດາສະມາຊິກໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ຈົ່ງຊອກຫາສຽງເວົ້ລວມໃຫ້ແກ່ບັນຫາ Syria ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆ ຈົ່ງເພີ່ມທະວີການເຂົ້າຮ່ວມ ແລະ ໜູນຊ່ວຍພາລະກຳປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ. ທ່ານກໍເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນີວເຄຼຍ ຊື່ງຈະດຳເນີນໄປໃນວັນທີ 26/3 ທີ່ຈະມາເຖິງຢູ່ນະຄອນຫຼວງ ເຊີອູນ ຂອງ ສາທາລະນະລັດເກົາຫຼີ.