ເວບໄຊ duthaoonline ແມ່ນພາຫະນະ ເພື່ອໃຫ້ປະຊາຊົນເຂົ້າຮ່ວມການສ້າງກົດໝາຍ


ເວບໄຊ duthaoonline  ແມ່ນພາຫະນະ  ເພື່ອໃຫ້ປະຊາຊົນເຂົ້າຮ່ວມການສ້າງກົດໝາຍ - ảnh 1
ພາບປະກອບ (vietnamnet.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/2, ສູນ​ຂໍ້​ມູນ​ຂ່າວສານ, ຫໍ​ສະໝຸດ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ ສັງ​ກັດ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ເປີດສະຫຼອງເວບໄຊ duthaoonline.quochoi.vn. ຈຸດປະສົງ​ຂອງ​ແວບ​ໄຊ​ນີ້ ​ແມ່ນ​ສ້າງ​ຊ່ອງ​ຂໍ້​ມູນ​ຂ່າ​ວສານ​ສອງ​ສົ້ນ​ເພື່ອ​ຕິດ​ພັນ​ກັບ​ບັນດາອົງການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ​ແມ່ນ​ພາຫະນະ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ເຂົ້າ​ຮ່ວມ​ໂດຍ​ກົງ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ. ຕາມ​ທ່ານ ຫງວຽນ​ຊີ້​ຢູງ ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ແລ້ວ, ຜ່ານເວບ​ໄຊ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ມີ​ຊ່ອງ​ຂໍ້​ມູນ​ຂ່າວສານ​ຫນຶ່ງ​ຕື່ມ​ອີກ ​ເພື່ອ​​ເກັບ​ກຳ​ຄຳ​ເຫັນ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ຜ່ານ​ນັ້ນ ຮັບ​ໃຊ້​ເລື່ອງ​ພິຈາລະນາ, ປັບປຸງ, ຮັບຮອງ​ເອົາ​​ຮ່າງ​ກົດໝາຍ, ລັດຖະບັນຍັດ​ໃຫ້​ສອດຄ່ອງ​ກັບ​ຊີວິດກວ່າ. ທ່ານ ຫງວຽນຊີ້ຢູງ ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ເວົ້າ​ວ່າ:

        “​ແຜນ​ຮ່າງ​ອອນ​ລາຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແມ່ນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​​ປະຊາຊົນ​​ໃນ​ການປະກອບ​ຄຳ​ຄິດຄຳ​ເຫັນ ​ແລະ ຊ່ວຍ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບ​ຄຳ​ເຫັນຈາກປະຊາຊົນ​ຫລາຍ​ກວ່າ. ຄຽງ​ຂ້າງ​ນັ້ນ ສຳລັບ​ແຜນ​ຮ່າງ​ແຕ່​ລະສະ​ບັບ ພວກ​ເຮົາ​ຈະ​ສ້າງ​​ໄດ້ຄັງ​ຖານຂໍ້​ມູນຫນຶ່ງ, ​ໃນ​ນັ້ນ ບໍ່​ພຽງ​ແຕ່​ຮູ້ຈັກ​ເຖິງ​ຄຳ​ເຫັນ​ຂອງ​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ຮູ້ຈັກ​ຈຳນວນ​ຄັ້ງ​ຮຽບຮຽງ ​ແລະ ຫລາຍຂໍ້​ມູນ​ຂ່າວສານ​ທີ່​ຈຳ​ເປັນຮັບ​ໃຊ້ວຽກ​ງານ​ນິຕິບັນຍັດ ​ແລະ ການ​ກຳນົດ​ທິດ​ຄື​ແນວ​ໃດ​ຈະ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ປະຊາຊົນ. ສ່ວນ​ສຳລັບ​ບັນດາ​ນັກ​ຄົ້ນ​ຄ້ວາ​ນິຕິ​ບັນຍັດ ນີ້​ແມ່ນ​ຄັງ​ຖານ​ຂໍ້​ມູນ​ສຳຄັນ​ທີ່​ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ