(vovworld) - ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນທີ່ກອງປະຊຸມກັບບັນດາກະຊວງ, ຂະແໜງການທ້ອງຖິ່ນແລ້ວ, ບັນດາດັດຊະນີເສດຖະກິດມະຫາພາກໃນເດືອນ 3 ຄື: ດັດຊະນີລາຄາໃຊ້ສອຍ (ຫຼື CPI) ເພີ່ມຂຶ້ນໃນລະດັບຕ່ຳອັນໄດ້ສະແດງໃຫ້ເຫັນວ່າມີສັນຍານທີ່ດີກ່ຽວກັບໄພເງິນເຟີ້ມີທ່າອ່ຽງຫຼຸດລົງ. ການສົ່ງອອກເພີ່ມຂຶ້ນດີພໍສົມຄວນ ແລະ ໄດ້ຖືວ່າແມ່ນຈຸດພົ້ນເດັ່ນໃນສະພາບເສດຖະກິດໄຕມາດທີ່ 1 ດ້ວຍຍອດວົງເງິນສົ່ງອອກຄາດວ່າບັນລຸເກືອບ 24,5 ຕື້ USD, ເພີ່ມຂຶ້ນ 23,6% ເມືອທຽບໃສໄລຍະດຽວກັນຂອງປີກາຍ. ການນຳເຂົ້າເກີນດຸນ, ຄາດວ່າໃນ 3 ເດືອນຕົ້ນປີບັນລຸ 251 ລ້ານ USD, ກວມ 1% ວົງເງິນສົ່ງອອກ. ນີ້ແມ່ນປັດໄຈສຳຄັນໃນການສ້າງຄວາມດຸ່ນດ່ຽງດ້ານ ເງິນຕາຕ່າງປະເທດ ແລະ ຮັກສາອັດຕາແລກປ່ຽນເປັນປົກກະຕິແຕ່ມັນກໍໄດ້ສ່ອງແສງໃຫ້ເຫັນສະພາບການຜະລິດ ແລະ ການລົງທຶນໃນທົ່ວປະເທດຖືກຜົນກະທົບບໍ່ດີ ຍ້ອນສະພາບຄວາມຫຍຸ້ງຍາກດ້ານເສດຖະກິດໂລກ. ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ໃນໄລຍະຈະມາເຖິງ, ບັນດາທ້ອງຖິ່ນຄວນສືບຕໍ່ຊຸກຍູ້ອຸດສາຫະກຳພັດທະນາ, ພິເສດແມ່ນອຸດສາຫະກຳປຸງແຕ່ງ, ຜະລິດໜູນຊ່ວຍບັນດາວິສາຫະກິດຈຳໜ່າຍຜະລິດຕະພັນ, ເພີ່ມທະວີການເຄື່ອນໄຫວສົ່ງເສີມດ້ານການຄ້າ...