ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5%

(VOVWORLD) -ເສດຖະກິດຫວຽດນາມ ສາມາດບັນລຸລະດັບການເຕີບໂຕປະມານ 5% ຖ້າຫາກຫວຽດນາມ ສາມາດຄວບຄຸມໂລກລະບາດຢູ່ພາຍໃນປະເທດໄດ້, ກໍ່ຄືຄ່ອຍໆໄດ້ຮັບກະແສນັກທ່ອງທ່ຽວເຂົ້າຫວຽດນາມ
ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5% - ảnh 1(ທ່ານ ຟ້າມເທ໊ແອັງ, ຫົວໜ້າຄະນະນັກເສດຖະສາດ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ)

ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ຟ້າມເທ໊ແອັງ, ຫົວໜ້າຄະນະນັກເສດຖະສາດ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ຖືວ່າ: ເສດຖະກິດຫວຽດນາມ ສາມາດບັນລຸລະດັບການເຕີບໂຕປະມານ 5% ຖ້າຫາກຫວຽດນາມ ສາມາດຄວບຄຸມໂລກລະບາດຢູ່ພາຍໃນປະເທດໄດ້, ກໍ່ຄືຄ່ອຍໆໄດ້ຮັບກະແສນັກທ່ອງທ່ຽວເຂົ້າຫວຽດນາມ, ບັນດາການເຄື່ອນໄຫວແລກປ່ຽນການຄ້າ ແລະ ການລົງທຶນກັບຄືນສູ່ສະພາບເປັນປົກກະຕິໃນໄຕມາດທີ 3 ປີ 2021. ທ່ານ ຟ້າມເທ໊ແອັງ, ເນັ້ນໜັກວ່າ.

        “ຂ້າພະເຈົ້າຄິດວ່າ, ລະດັບການເຕີບໂຕຂອງຫວຽດນາມ ໃນປີ 2021 ອາດຈະມີສັນຍານຕັ້ງໜ້າກວ່າ ຖ້າຫາກວ່າແງ່ຫວັງຄວບຄຸມໂລກລະບາດໃນໂລກເປັນຢ່າງດີກວ່າ ແລະ ຫວຽດນາມ ຮັກສາໄດ້ສະພາບແວດລ້ອມເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນໄພເງິນເຟີ້… ເມື່ອບັນດາຕະຫຼາດສົ່ງອອກຂອງຫວຽດນາມ ໄດ້ກັບຄືນສູ່ເປັນປົກກະຕິ, ກໍ່ຄືຟື້ນຟູເສດຖະກິດ ບັນດາວິສາຫະກິດຈະເລີ່ມລົງທຶນຄືນໃໝ່ ແລະ ໃນຄາວນັ້ນໄດ້ຊ່ວຍໃຫ້ການເຕີບໂຕຂອງຫວຽດນາມ ສາມາດບັນລຸຕົວເລກສູງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ