ເສດ​ຖະ​ກິດ​ຫ​ວຽດ​ນາມ ອາດ​ຈະ​ບັນ​ລຸ​ລະ​ດັບ 500 ຕື້ USD ໃນ​ທ້າຍ​ປີ

(VOVWORLD) -ມີຫຼາຍສັນຍານສະແດງໃຫ້ເຫັນວ່າ ຂອບຂະໜາດພື້ນຖານເສດຖະກິດ ຫວຽດນາມ ອາດຈະບັນລຸລະດັບ 500 ຕື້ USD ໃນທ້າຍປີ. ໜັງສືພິມ Sputnik ຂອງ ລັດເຊຍ ຫາກໍລົງບົດລວບລວມ, ໄຈ້ແຍກກ່ຽວກັບບັນຫານີ້.

ເສດ​ຖະ​ກິດ​ຫ​ວຽດ​ນາມ ອາດ​ຈະ​ບັນ​ລຸ​ລະ​ດັບ 500 ຕື້ USD ໃນ​ທ້າຍ​ປີ - ảnh 1ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາປະເທດມີອັດຕາການເຕີບໂຕເສດຖະກິດເປັນພວກໃນພາກພື້ນ ແລະ ໂລກ

ລະອຽດແມ່ນ, ບົດຂຽນ ໄດ້ຄັດສະເໜີບົດລາຍງານຕີລາຄາຂອງ ທະນາຄານພັດທະນາ ສິງກະໂປ (DBS) ຊຶ່ງໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນເຕີບໂຕແຕ່ 6 – 6,5% ໃນທົດສະວັດຈະມາເຖິງ, ດ້ວຍຄວາມດຶງດູດຢ່າງແຮງຈາກເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການເຕີບໂຕສະມັດຕະພາບ. ຖ້າຫາກວ່າ ຫວຽດນາມ ຮັກສາໄດ້ຄວາມໄວໃນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດໄລ່ສະເລ່ຍແຕ່ 6 – 6,5%, ພື້ນຖານເສດຖະກິດ ຫວຽດນາມ ຈະໃຫຍ່ກ່ວາຂອບຂະໜາດພື້ນຖານເສດຖະກິດ ສິງກະໂປໃນໄລຍະ 10 ປີ ຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ຕົວຈິງແລ້ວ, ປີ 2020, ຂອບຂະໜາດພື້ນຖານເສດຖະກິດ ຫວຽດນາມ ບັນລຸໄດ້ປະມານ 343 ຕື້ USD, ນອນໃນບັນຊີລາຍຊື່ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ຢືນຢູ່ອັນດັບທີ 4 ຢູ່ ອາຊຽນ. ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດ ຫວຽດນາມ ຍັງມີການເຕີບໂຕ, ຢັ້ງຢືນໄດ້ທີ່ຕັ້ງຢ່າງໝັ້ນແກ່ນໃນຈຳນວນ 4 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ, ໄທ ແລະ ຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ