(vovworld) – ວັນທີ 2/6, ຄະນະກຳມະການເລືອກຕັ້ງສູນກາງຢູແກຼນ (SIC) ປະກາດໝາກຜົນທາງການການເລືອກຕັ້ງປະທານາທິບໍດີເມື່ອວັນທີ 25/5 ຜ່ານມາ, ຕາມນັ້ນແລ້ວ, ຜູ້ອອກສະໝັກຮັບເລືອກຕັ້ງ Petro Poroshenko ຍາດໄດ້ໄຊຊະນະດ້ວຍກ່ວາ 54% ຈຳນວນບັດສະໜັບສະໜູນ. ໝາກຜົນທາງການໂດຍ SIC ປະກາດພາຍຫຼັງການກວດບັດໃຫ້ເຫັນວ່າທ່ານ Poroshenko ຍາດໄດ້ 54,7% ຈຳນວນບັດສະໜັບສະໜູນ, ສ່ວນທ່ານນາງອະດີດນາຍົກລັດຖະມົນຕີ Yulia Tymoshenko ຍາດໄດ້ຈຳນວນບັດສະໜັບໜູນພຽງ 12,81%. SIC ຈະປະກາດໝາກຜົນທາງການນີ້ຕໍ່ສະພາແຫ່ງຊາດຂອງວາລະປະຊຸມຄົບຄະນະໃນວັນດຽວກັນ. ຜູ້ຮັກສາການປະທານສະພາແຫ່ງຊາດ ຢູແກຼນ, ທ່ານ Alexandr Turchinov ໃຫ້ຮູ້ວ່າ: ຈະສະເໜີອົງການນິຕິບັນຍັດປະເທດນີ້ກຳນົດເວລາຈັດຕັ້ງພິທີສະບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີໃນວັນທີ 7/6 ຈະມາເຖິງ.