ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າໄຕງວຽນ
ພາບປະກອບ
(vovworld) – ວັນທີ 14/11, ຢູ່ນະຄອນ ບວນມາຖວດ, ແຂວງ ດັກລັກ, ໄດ້ຈັດຕັ້ງການສົນທະນາວິທະຍາສາດກ່ຽວກັບວັດທະນະທຳ ໄຕງວຽນ. ບັນດາບົດທາບທາມຄວາມເຫັນໄດ້ໄຈ້ແຍກຢ່າງເລິກເຊິ່ງ, ຮອບດ້ານກ່ຽວກັບວິວັດການສ້າງຕັ້ງ, ພັດທະນາ ແລະ ສະພາບການຕົວຈິງຂອງເຂດວັດທະນະທຳ ຢູ່ ໄຕງວຽນ. ບັນດາບົດທາບທາມຄວາມເຫັນໄດ້ສຸມໃສ່ໄຈ້ແຍກສະພາບຕົວຈິງກ່ຽວກັບວັດທະນະທຳ ໄຕງວຽນ ແລະ ຍົກອອກມາມາດຕະການຕ່າງໆເພື່ອອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄຕງວຽນ, ປະກອບສ່ວນເຂົ້າໃນການກໍ່ສ້າງ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນເຂດໄຕງວຽນ. ເພື່ອຟື້ນຟູ, ເພີ່ມພຸນຄຸນສ້າງວັດທະນະທຳທີ່ເປັນມູນເຊື້ອໄຕງວຽນ, ດຣ ຫວູງອກຮ່ວາງ, ຮອງຫົວໜ້າຜູ້ປະຈຳການຄະນະໂຄສະນາສຶກສາສູນກາງ, ຖືວ່າ:
“ການພັດທະນາຂອງບັນດາເຜົ່າເຂດໄຕງວຽນແມ່ນແກ່ນສານຂອງເລື່ອງລາວວັດທະນະທຳ ໄຕງວຽນ. ພາຍຫຼັງກຳນົດຈຸດໝາຍພັດທະນາຕ້ອງຊອກຫາມາດຕະການແກ້ໄຂ, ເຊິ່ງຕົ້ນຕໍ່ແມ່ນພ້ອມກັນຊອກຫາວິທີເຮັດຄືແນວໃດ. ນອກຈາກຄວາມມານະພະຍາຍາມຂອງພໍ່ແມ່ປະຊາຊົນຊົນເຜົ່າໄຕງວຽນເອງ, ວຽກງານຕໍ່ໄປແມ່ນການສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຊົນເຜົ່າ ໄຕງວຽນ ພັດທະນາ. ລັດ, ລັດຖະບານ, ປະຊາຄົມບັນດາເຜົ່າ ຫວຽດນາມ ຕ້ອງສ້າງເງື່ອນໄຂດີທີ່ສຸດໃຫ້ ໄຕງວຽນ ພັດທະນາ.”