ເສີມຂະຫຍາຍທ່່າໄດ້ປຽບຂອງຂະແໜງສິນຄ້າ, ບໍ່ປ່ຽນແປງຄາດໝາຍການເຕີບໂຕຂອງຂະແໜງກະສິກໍາ
(VOVWORLD) -ຂະແໜງກະສິກໍາຈະບໍ່ມີການປ່ຽນແປງຄາດໝາຍກ່ຽວກັບການເຕີບໂຕ, ການສົ່ງອອກ, ບັນລຸມາດຕະຖານຊົນນະບົດໃໝ່ໃນປີນີ້ຕາມການຊີ້ນໍາຂອງລັດຖະບານ. ປີ 2020, ຂະແໜງກະສິກໍາຈະສູ້ຊົນບັນລຸລະດັບການເຕີບໂຕແຕ່ 2,5% - 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸປະມານ 41 ຕື້ USD.
ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ (ພາບ: ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ) |
ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2020 ຂອງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ທີ່ຖືກດໍາເນີນໃນວັນທີ 29 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຢັ້ງຢືນວ່າ ຂະແໜງກະສິກໍາຈະບໍ່ມີການປ່ຽນແປງຄາດໝາຍກ່ຽວກັບການເຕີບໂຕ, ການສົ່ງອອກ, ບັນລຸມາດຕະຖານຊົນນະບົດໃໝ່ໃນປີນີ້ຕາມການຊີ້ນໍາຂອງລັດຖະບານ. ປີ 2020, ຂະແໜງກະສິກໍາຈະສູ້ຊົນບັນລຸລະດັບການເຕີບໂຕແຕ່ 2,5% - 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸປະມານ 41 ຕື້ USD. ບັນດາຂົງເຂດ, ຂະແໜງການຕ້ອງໝູນໃຊ້ການຂຸດຄົ້ນ, ພັດທະນາຕະຫຼາດພາຍໃນປະເທດ, ຍາດແຍ່ງກາລະໂອກາດກ່ຽວກັບຄວາມຕ້ອງການຂອງຕະຫຼາດສົ່ງອອກ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມໄດ້ເປັນຢ່າງດີ. ທ່ານກ່າວວ່າ:
“ຕ້ອງຈໍາກັດບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕໍ່າສຸດ. ບັນດາຂົງເຂດ, ຂະແໜງສິນຄ້າຕ້ອງຍາດແຍ່ງ, ຊົມໃຊ້, ຂຸດຄົ້ນບັນດາທ່າແຮງທີ່ມີຄວາມສາມາດບ່ົມຊ້ອນຄື ເຂົ້າສານ, ໝາກໄມ້, ສິນໃນນໍ້າ... ໄປຄຽງຄູ່ກັັນນັ້ນ ກໍ່ຊຸກຍູ້ຂະແໜງລ້ຽງສັດໃຫ້ພັດທະນາຢ່າງຮອບດ້ານກວ່າອີກ”.