(vovworld) - ກອງປະຊຸມຜ່ານເຄືອຂ່າຍ ອີນເຕີເນັດທົ່ວປະເທດ ເພື່ອຜັນຂະຫຍາຍການຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຖືກຈັດຂຶ້ນໃນວັນທີ 8/1 ຢູ່ ຮ່າໂນ້ຍ ແລະ ຫຼາຍແຫ່ງໃນທົ່ວປະເທດ, ເພື່ອຜັນຂະຫຍາຍຄຳສັ່ງຂອງກົມການເມືອງ, ມະຕິຂອງສະພາແຫ່ງຊາດ ກ່ຽວກັບການດຳເນີນຊີວິດດ້ານການເມືອງ, ນິຕິບັນຍັດສຳຄັນນີ້.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ, ປະທານກຳມາທິການຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຊີ້ແຈ້ງວ່າ: ປະຊາຊົນມີບົດບາດສຳຄັນໃນການສ້າງ ແລະ ປັບປຸງລັດຖະທຳມະນູນ. ໃນປະຫວັດແຫ່ງການສ້າງລັດຖະທຳມະນູນຂອງຫວຽດນາມ, ເລື່ອງສ້າງ, ປະກາດໃຊ້ ແລະ ປັບປຸງບາງຂໍ້ມາດຕາຂອງລັດຖະທຳມະນູນ ລ້ວນແຕ່ ຕ້ອງຮັບເອົາຄຳເຫັນຂອງປະຊາຊົນຢ່າງກ້ວາງຂວາງ. ທ່ານກ່າວວ່າ:
“ການຮັບເອົາຄຳເຫັນຈາກປະຊາຊົນແມ່ນວຽກງານສຳຄັນທີ່ສຸດ, ຕ້ອງມີການເຂົ້າຮ່ວມຢ່າງກ້ວາງຂວາງ, ແທດຈິງຂອງປະຊາຊົນ, ດັ່ງນັ້ນຄວນຜັນຂະຫຍາຍຢ່າງຄົບຊຸດ, ມີວິທະຍາສາດ, ມີປະສິດທິຜົນ, ພິເສດແມ່ນວຽກງານໂຄສະນາ. ຕ້ອງຮັບຮູ້ວ່າ: ເລື່ອງຮັບເອົາຄຳເຫັນມີຄວາມໝາຍແທດຈິງ, ວິວັດການນີ້ຕ້ອງໄດ້ຮັບການດຳເນີນຢ່າງລະມັດລະວັງ, ມີວິທະຍາສາດ, ກະຈ່າງແຈ້ງ, ປະຊາທິປະໄຕ. ພິເສດ, ຄຳເຫັນຂອງປະຊາຊົນຕ້ອງໄດ້ຮັບການລວບລວມ, ຄົ້ນຄ້ວາຮັບເອົາຢ່າງຈິງຈັງ ເພື່ອປະກອບສ່ວນປັບປຸງສຳເລັດ, ຍົກສູງຄຸນນະພາບຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຄັ້ງນີ້. ”
ເມື່ອເຕື້ອງເຖິງວຽກງານໂຄສະນາເຜີຍແຜ່, ຂົນຂວາຍການຈັດຕັ້ງຮັບເອົາຄຳເຫັນຈາກປະຊາຊົນ, ທ່ານ ດິງເທ໋ຮິງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ເນັ້ນໜັກວ່າ:
“ເລື່ອງຮັບເອົາຄຳເຫັນຂອງປະຊາຊົນ ໄດ້ຜັນຂະຫຍາຍໃນຂອບຂະໜາດກ້ວາງຂວາງ ແລະ ມີຫຼາຍພາກສ່ວນເຂົ້າຮ່ວມ ດ້ວຍບັນດາຈຸດພິເສດກ່ຽວກັບເຂດ, ພາກ, ຊົນເຜົ່າ... ດ້ວຍຄວາມສາມາດຕົວຈິງຄວນສ້າງເງື່ອນໄຂເພື່ອໃຫ້ປະຊາຊົນມີການເລືອກເຟັ້ນ ຮັບການປະກອບຄຳເຫັນ. ເລື່ອງຮັບເອົາຄຳເຫັນຈາກປະຊາຊົນ ບໍ່ພຽງແຕ່ສຳລັບປະຊາຊົນພາຍໃນປະເທດເທົ່ານັ້ນ ຫາກຍັງສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດອີກດ້ວຍ”