ເສີມຂະຫຍາຍບົດບາດ ຂອງແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ
ການປະຊຸມຂ່າວກອງປະຊຸມແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: tgvn.com.vn)
(vovworld) - ໃນລະຫວ່າງວັນທີ 18 – 23/11, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍບົດບາດ ແລະ ຄວາມສາມາດຂອງແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດໃນການພັດທະນາປະຊາຄົມ ແລະ ປະເທດຊາດ”. ເອື້ອຍ ຟ້າມແທງຊວນ, ຫົວໜ້າຄະນະແມ່ຍິງ ແລະ ເດັກນ້ອຍຂອງສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ, ຫົວໜ້າຄະນະຜູ້ແທນແມ່ຍິງຫວຽດນາມເຂົ້າຮ່ວມກອງປະຊຸມ ໃຫ້ຮູ້ວ່າ.
“ສະມາຊິກຂອງຄະນະຜູ້ແທນແມ່ຍິງຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນບັນດາແມ່ຍິງທີ່ດີເດັ່ນ ມີການເຄື່ອນໄຫວໄດ້ດີຫຼາຍຢ່າງຄື ເບິ່ງແຍງດູແລ, ລ້ຽງດູລູກແຂງແຮງ, ສິດສອນລູກຮູ້ຄວາມ; ເປັນແບບຢ່າງໃນການດຳລົງຊີວິດໃນຄອບຄົວ; ຕັ້ງໜ້າເຂົ້າຮ່ວມວຽກງານສັງຄົມ, ເຂົ້າຮ່ວມບັນດາວຽກງານຂອງສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ເຂົ້າຮ່ວມເວທີປາໄສຄັ້ງນີ້ ຍັງມີບັນດາເອື້ອຍນ້ອງທີ່ເຂົ້າຮ່ວມວຽກງານສັງຄົມຢ່າງຕັ້ງໜ້າ ບໍ່ພຽງແຕ່ຢູ່ສະຫະພັນລັດເຊຍເທົ່ານັ້ນ ຫາກຍັງຢູ່ບັນດາປະເທດອື່ນອີກດ້ວຍ.”