ເສີມ​ຂະ​ຫຍາຍ ພື້​ນ​ຖານ ແມ່ນ ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນຫຼວງ ແລະ ປະ​ເທດ​ຊາດ

(VOVWORLD) -  ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສະມັນເທື່ອ 10 ສະພາແຫ່ງຊາດຊຸດທີ XIV ຕອນເຊົ້າວັນທີ 14 ຕຸລາ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ບາດິ່ງ, ຮ່ວານກ໊ຽມ, ໄຕໂຮ່ (ຮ່າໂນ້ຍ).

ເສີມ​ຂະ​ຫຍາຍ ພື້​ນ​ຖານ ແມ່ນ ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນຫຼວງ ແລະ ປະ​ເທດ​ຊາດ - ảnh 1 ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN) 

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ດຳເນີນໄປຢ່າງມີວິທະຍາສາດ, ມີແບບມີແຜນ, ມີວິໄສທັດຍຸດທະສາດ; ວຽກງານບຸກຄະລາກອນ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໄດ້ຮັບຄວາມເອົາໃຈໃສ່ຢ່າງລະອຽດ ເພື່ອເລືອກເຟັ້ນເອົາພະນັກງານຫຼັກແຫຼ່ງ, ຄະນະພັກທຸກຂັ້ນຮັບປະກັນໃຫ້ຖືກຕ້ອງຕາມມາດຕະຖານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່, ພິເສດແມ່ນສ້າງຖັນແຖວພະນັກງານຂັ້ນຍຸດທະສາດ. ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງວ່າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຈະແມ່ນຖັນແຖວພະນັກງານທີ່ມີຄວາມເຂັ້ມແຂງ, ມີກຳລັງຄວາມສາມາດຢ່າງພຽງພໍ, ມີອິດທິພົນຊື່ສຽງ, ນຳປະເທດນັບມື້ນັບພັດທະນາ ແລະ  ວັດທະນາຖາວອນ.

ໃນຖານະເປັນສະມາຊິກຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຮັບເອົາບັນດາຄຳເຫັນທີ່ຈິງໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ສຸມໃສ່ເຂົ້າໃນວຽກງານໃຫຍ່ສຳຄັນຂອງປະເທດຊາດ, ບັນດາເນື້ອໃນກອງປະຊຸມຂອງສະພາແຫ່ງຊາດທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ