(vovworld) - ວັນທີ 21 ກັນຍາ, ມືປືນຜູ້ໜຶ່ງໃສ່ໜ້າກາກໄດ້ບຸກໂຈມຕີສູນການຄ້າ Wesgate, ເຊິ່ງແມ່ນສູນການຄ້າໃຫຍ່ສຸດຢູ່ນະຄອນຫຼວງ Nairobi ຂອງ Kenya ແລະ ຍິງປືນໃສ່ບັນດາພາລະກອນ ແລະ ຜູ້ຂ້າຍເຄື່ອງ ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ ແລະ ບາງຄົນຖືກບາດເຈັບ. ເຫດບຸກໂຈມຕີໄດ້ກໍ່ຄວາມກະວົນກະວາຍຢູ່ສູນການຄ້າຊັ້ນ 4. ຕຳຫຼວດໄດ້ຮັບການຜັນຂະຫຍາຍເຖິງບ່ອນເກີດເຫດເພື່ອຍົບພະຍົບຄົນຢູ່ໃນສູນການຄ້ານີ້ອອກ. ແລະ ກໍ່ໃນວັນດຽວກັນ, ກຸ່ມທະຫານກະບົດ Shebab ຢູ່ ໂຊມາລີ ທີ່ມີການພົວພັນກັບເຄື່ອຂ່າຍກໍ່ການຮ້າຍ Al Qaeda ໄດ້ອອກສຽງຮັບຜິດຊອບຕໍ່ເຫດບຸກໂຈມຕີດັ່ງກ່າວ ແລະ ຢືນຢັນວ່າ ເຫດການດັ່ງກ່າວເພື່ອແນໃສ່ແກ້ແຄ້ນການແຊກແຊງດ້ານການທະຫານຂອງ Kenya ໃສ່ໂຊມາລີ.