ເຫດຍິງປືນຢູ່ Florida, ປະເທດ ອາເມລິກາ ເຮັດໃຫ້ 17 ຄົນເສຍຊີວິດ

(VOVWORLD) - ຕຳຫຼວດທ້ອງຖິ່ນ ໄດ້ຈັດຕົວຜູ້ຍິງປືນແລ້ວ. ຜູ້ຍິງປືນແມ່ນ Nikolas Cruz, ອາຍຸ 19 ປີ, ອະດິດນັກຮຽນຂອງໂຮງຮຽນດັ່ງກ່າວ.

ເຫດຍິງປືນຢູ່ Florida, ປະເທດ ອາເມລິກາ ເຮັດໃຫ້ 17 ຄົນເສຍຊີວິດ - ảnh 1ຕຳຫຼວດຈັບຕົວ ຜູ້ຍິງປືນ 

(ພາບ:  Reuters)

ເຫດການຍິງປືນຢູ່ໂຮງຮຽນມັດທະຍົມຕອນປາຍ Marjory Stoneman Douglas ທີ່ນະຄອນ Parkland ຂຶ້ນກັບລັດ Florida, ປະເທດ ອາເມລິກາ ໃນວັນທີ 14 ກຸມພາ, ເຮັດໃຫ້ 17 ຄົນຖືກເສຍຊີວິດ. ຕຳຫຼວດທ້ອງຖິ່ນ ໄດ້ຈັດຕົວຜູ້ຍິງປືນແລ້ວ. ຜູ້ຍິງປືນແມ່ນ Nikolas Cruz, ອາຍຸ 19 ປີ, ອະດິດນັກຮຽນຂອງໂຮງຮຽນດັ່ງກ່າວ.

        ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ ໃນເຫດຮ້າຍດັ່ງກ່າວ. ໂຮງຮຽນມັດທະຍົມຕອນປາຍ Marjory Stoneman Douglas, ຫ່າງຈາກນະຄອນ Miami ໄປທາງທິດເໜືອປະມານ 70 ກມ ໄດ້ຖືກຈັດວາງສະພາວະສຸກເສີນແດງພາຍຫຼັງເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ