ເຫດຍິງປືນໃສ່ກັນຢູ່ ເຂດຊາຍແດນອີຣານ - ປາກິດສຖານ ກໍ່ຄວາມ ລົ້ນຫາຍຕາຍຈາກ
(ພາບປະກອບ: presstv.ir)
(vovworld) – ເຫດຍິງປືນໃສ່ກັນທີ່ເກີດຂຶ້ນຢູ່ເຂດຊາຍແດນອີຣານ - ປາກິດສຖານ ໃນຄໍ່າຄືນວັນທີ 17/10, ໄດ້ເຮັດໃຫ້ທະຫານປ້ອງກັນຊາຍແດນອີຣານ 2 ຄົນ ແລະ ນາຍທະຫານຂອງປາກິດສຖານ 1 ຄົນເສຍຊີວິດ.
ເຈົ້າໜ້າທີ່ການທະຫານອີຣານ ຜູ້ໜຶ່ງໃຫ້ຮູ້ວ່າ, ເຫດການເກີດຂຶ້ນພາຍຫຼັງພວກທະຫານກະບົດແຊກຊຶມເຂົ້າເຂດດິນແດນຂອງອີຣານ. ກຳລັງທະຫານອີຣານ ໄດ້ດັບສູນບັນດາເປົ້າໝາຍດັ່ງກ່າວ ແລະ ກັກລົດໂອໂຕຄັນໜຶ່ງ ພ້ອມກັບອາວຸດອີກ. ໃນຂະນະນັ້ນ, ໂຄສົກກອງທັບປາກິດສຖານ Wasay Khan ໃຫ້ຮູ້ວ່າ, ກຸ່ມທະຫານລາດຕາເວັນຊາຍແດນ (FC) ຂອງປະເທດນີ້ ພວມໄລ່ຈັບຕົວຜູ້ຖືກສົງໄສ 2 ຄົນ ແຕ່ຫຼັງຈາກນັ້ນລົດຂອງ FC ໄດ້ຖືກກຳລັງປ້ອງກັນຊາຍແດນອີຣານ ຍິງໃສ່ຈາກເຂດຊາຍແດນຂອງອີຣານ. ປະຈຸບັນຍັງບໍ່ທັນຮູ້ໄດ້ວ່າ, ລົດໂອໂຕຖືກກຳລັງປາກິດສຖານ ໄລ່ຈັບແມ່ນລົດທີ່ຖືກກຳລັງອີຣານ ກັກພາຍຫຼັງເຫດການດັ່ງກ່າວຫຼືບໍ່.