ເຫດບຸກໂຈມຕີຢູ່ຝຣັ່ງເຮັດໃຫ້ປະມານ160ເສຍຊີວິດແລະຮັບບາດເຈັບ

ເຫດບຸກໂຈມຕີຢູ່ຝຣັ່ງເຮັດໃຫ້ປະມານ160ເສຍຊີວິດແລະຮັບບາດເຈັບ - ảnh 1
ລົດ​ຂົນ​ສົງ​ສື​ຂາວໃນ​ສະ​ຖານ​ທີ່​ເກີດ​ເຫດ
(ພາບ: AFP)

(vovworld) – ​​​ວັນ​ທ​ີ 15/7, ວົງ​ການ​ເຈົ້າ​ໜ້​ທີ່​ນະ​ຄອນ Nice ໃຫ້​ຮູ້​ວ່າ​ຢ່າງ​ໜ້ອຍ​ສຸດ​ມີ 80 ຄົນ​ເສຍ​ຊີ​ວິດ ແລະ ຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ ຢູ່​ເຂດ​ຜ​ັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ Riverw ທີ່ນະ​ຄອນ Nice ພາຍຫຼັງ​ລົດ​ຂົນ​ສົ່ງ​ຄັນ​ໜຶ່ງ​ຕ່ຳ​ໃສ່​ກຸ່ມ​ຄົນ​ຫາກໍ່​ຊົມ​ເບິ່ງ​​​ລາຍການ​ຍິງ​ບັ້ງ​ໄຟ​ດອກ. ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ AFP ມີ​ໜ້າ​ຢູ່​ສະ​ຖານ​ທີ່​ເກ​ີດ​ເຫດ​ໃຫ້​ຮູ້​ວ່າ: ໄດ​້​ເຫັນ​ລົດ​ຂົນ​ສົ່ງ​ສີ​ຂາວ​ຄັນ​ໜຶ່ງ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ຕ່ຳ​ໃສ່​ກຸ່​ມ​ຄົນ​ທີ່​ພວ​ມ​ຍ້າຍ​ໄປ​ພາຍຫຼັງ​ຊົມ​ລາຍ​ການ​ຍິງ​ບັ້ງ​ໄຟ​ດອກ. ເຫດ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ພາຍຫຼັງ ຝ​ຣັ່ງ ຖະ​ແຫຼງ​ຈະ​ບໍ່​ຕໍ່​ກຳ​ນົດ​ເວ​ລາ​ສະ​ພາ​ວະ​ສ​ຸກ​ເສີນ​ພາຍຫຼັງ​ວັນ​ທີ 26/7 ຈະ​ມາ​ເຖິງພຽງ 2 – 3 ຊົ່ວ​ໂມງ, ສະ​ພາ​ວະ​ສຸກ​ເສີນນີ້​ໄດ້​ຮັບ​ການ​ປະ​ກາດ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ເດືອນ 11/2015 ຢູ່​ນະ​ຄອນຫຼວງ ປາ​ຣີ ເຮັດ​ໃຫ້ 130 ຄົນ​ເສ​ຍ​ຊີ​ວິດ. ຈາກ​ນະ​ຄອນ​ທາງ​ພາກ​ໃຕ້ Avignon, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande ໄດ້​ກັບ​ຄືນ​ນະ​ຄອນຫຼວງ ປາ​ຣີ ໃນ​ທັນ​ທີ ເພື່ອ​ຈັດ​ກອງ​ປະ​ຊຸມ​ດ່ວນ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ. ໂຄ​ສົກ​ກະ​ຊວງ​ພາຍ​ໃນ ຝ​ຣັ່ງ Pierre Henry Brandet ໃຫ້​ຮູ້​ວ່າ: ຕົວ​ການ​ໄດ້​ຖືກ​ດຳຫຼວດ​ຍິງ​ຕາຍ. ຕາມ​ໂຄ​ສົກ​ຜູ້ນີ້​ແລ້ວ, ປະ​ຈຸ​ບັນ​ວຽກ​ງານ​ສືບ​ສວ​ນ​ພວມ​ໄດ້​ຮັບ​ການ​ດຳ​ເນີນ​ເພື່ອ​ຊອກ​ຮູ້​ລາຍ​ຊື່​ຂອງ​ຕົວ​ການ ແລະ ພິ​ຈາ​ລະ​ນາ​ວ່າ​ຕົວ​ການ​ເຄື່ອນ​ໄຫວ​ແຕ່​ຜູ້​ດຽວຫຼື ມີ​ຄົນ​ຊ່ວຍ.



ຂ່າວ/ບົດ​ອື່ນ