ເຫດບຸກໂຈມຕີຢູ່ ມົດສະກູ: ລັດເຊຍກັກຕົວເປົ້າໝາຍທີ່ຕ້ອງສົງໄສໜູນຊ່ວຍດ້ານການເງິນ ໃຫ້ແກ່ ຄົນບຸກໂຈມຕີ
(VOVWORLD) - ຄະນະກຳມະການສືບສວນ ສະຫະພັນ ລັດເຊຍ ປະກາດວ່າ ໄດ້ກັກຕົວເປົ້າໝາຍທີ່ຖືກກ່າວຫາໜູນຊ່ວຍດ້ານການເງິນ ໃຫ້ແກ່ຄົນບຸກໂຈມຕີ ໂຮງລະຄອນ Crocus City Hall ຢູ່ຊານເມືອງ ມົດສະກູ ໃນວັນທີ 22 ມີນາ.
ສະຖານທີ່ເກີດເຫດ (ພາບ: THX/TTXVN ) |
ວັນທີ 28 ມີນາ, ຄະນະກຳມະການສືບສວນ ສະຫະພັນ ລັດເຊຍ ປະກາດວ່າ ໄດ້ກັກຕົວເປົ້າໝາຍທີ່ຖືກກ່າວຫາໜູນຊ່ວຍດ້ານການເງິນ ໃຫ້ແກ່ຄົນບຸກໂຈມຕີ ໂຮງລະຄອນ Crocus City Hall ຢູ່ຊານເມືອງ ມົດສະກູ ໃນວັນທີ 22 ມີນາ. ບັນດາຜູ້ສືບສວນຈະຮຽກຮ້ອງສານອອກຄຳສັ່ງສືບຕໍ່ກັກຕົວ ເປົ້າໝາຍນີ້.
ນອກຈາກນັ້ນ, ໃນການປະກາດກໍ່ໃຫ້ຮູ້ວ່າ ບັນດາເປົ້າໝາຍປະຕິບັດເຫດບຸກໂຈມຕີການກໍ່ການຮ້າຍທີ່ຜ່ານມາ ມີສ່ວນກ່ຽວຂ້ອງກັບຜູ້ ໄປຕາມລັດທິຊົນຊາດຢູ່ ຢູແກຼນ”. ຂໍ້ສັງເກດນີ້ ໂດຍ ຄະນະກຳມະການສືບສວນ ສະຫະພັນ ລັດເຊຍ ຍົກອອກມາພາຍຫຼັງວິວັດການສືບສວນ, ສອບປາກຄຳ ບັນດາເປົ້າໝາຍປະຕິບັດເຫດບຸກໂຈມຕີ, ກວດສອບບັນດາວັດຖຸອຸປະກອນເຕັກນິກ ທີ່ໄດ້ເກັບຈາກບັນດາເປົ້າໝາຍ ແລະ ວິເຄາະຈາກບັນດາການທຸລະກຳດ້ານການເງິນ. ຄະນະກຳມະການໄດ້ຢັ້ງຢືນ ຂໍ້ມູນວ່າ: ບັນດາເປົ້າໝາຍປະຕິບັດການກະທຳການກໍ່ການຮ້າຍ ໄດ້ຮັບເງິນເປັນຈຳນວນຫຼາຍ, ລວມມີ: ເງິນສົດ ແລະ ເງິນຜ່ານທາງເອເລັກໂຕນິກ ແລະ ຈຳນວນເຫຼົ່າເງິນນີ້ໄດ້ນຳໃຊ້ເພື່ອກະກຽມໃຫ້ແກ່ການປະຕິບັດເຫດບຸກໂຈມຕີ.