ລົດຕຳຫລວດຢູ່ເຂດເກີດເຫດລະເບີດ
ພາບ: ອິນເຕີແນັດ
|
(vovworld)- ເຫດລະເບີດເກີດຂຶ້ນໃນເວລາ 20 ໂມງ 30 ນາທີ ຂອງຕອນຄ່ຳວັນທີ 17/9 ຕາມເວລາທ້ອງຖິ່ນ ຢູ່ເຂດ Chelsea ຂຶ້ນກັບເມືອງໃຈກາງ Manhattan ນະຄອນ ນິວຢອກ ສະຫະລັດ ອາເມລິກາ ໄດ້ເຮັດໃຫ້ຢ່າງຫນ້ອຍສຸດ 25 ຄົນຖືກຮັບບາດເຈັບ. ຕາມອົງການດັບເພີງ ນິວຢອກແລ້ວ, ບັນດາຜູ້ບາດເຈັບຖືກສົ່ງເຖິງໂຮງໝໍແລ້ວ ແລະ ປະຈຸບັນຍັງບໍ່ທັນມີຜູ້ໃດຖືກນາບຂູ່ເຖິງຊີວິດອີນຊີ. ຕາມອົງການນີ້, ວັດຖຸລະເບີດຖືກວາງຢູ່ໃນຖັງຂີ້ເຫຍື້ອຕໍ່ຫນ້າອາຄານ 14 ຊັ້ນ. ກຳລັງຕ້ານກໍ່ການຮ້າຍຂອງນະຄອນ ນິວຢອກ ໄດ້ຜັນຂະຫຍາຍເຖິງເຂດນີ້ແລ້ວ. ປະຈຸບັນ ບໍ່ທັນມີການສະຫລຸບວ່າ ນີ້ແມ່ນການກະທຳບຸກໂຈມຕີກໍ່ການຮ້າຍຫລືບໍ່.