ເຫດວາງລະເບີດກໍ່ຄວາມລົ້ມຫາຍຕາຍຈາກ ຢ່າງໃຫຍ່ຫຼວງຢູ່ຊີຣີ
ເຫດວາງລະເບີດລົດໂອໂຕ ທີ່ຮ້າຍແຮງຢູ່ເທດສະບານເມືອງ Darkush
(ພາບ: newvision.co.ug)
(vovworld) - ເຫດວາງລະເບີດລົດໂອໂຕ ທີ່ຮ້າຍແຮງຢູ່ເທດສະບານເມືອງ Darkush, ແຂວງ Idlib, ທິດຕາເວັນຕົກສຽງເໜືອຂອງຊີຣີ ໃນວັນທີ 14 ຕຸລາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍສຸດ 20 ຄົນ ແລະ ນັບຮ້ອຍຄົນຖືກບາດເຈັບ. ຄາດວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນສູງຍ້ອນມີຫຼາຍຄົນຖືກບາດເຈັບໜັກ. ເຫດວາງລະເບີດດັ່ງກ່າວເກີດຂຶ້ນຢູ່ເຂດຕະຫຼາດແຫ່ງໜຶ່ງຂອງ Darkush, ເຊິ່ງນອນໃນເຂດປົກຄຸມຂອງພວກທະຫານກະບົດ, ຫ່າງຈາກເຂດຊາຍແດນຕວກຕີ ປະມານ 2 ກມ. ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 13 ຕຸລາ, ຜູ້ວາງລະເປີດສະຫຼະຊີບ 2 ຄົນ ກໍ່ໄດ້ວາງລະເບີດລົດໂອໂຕບັນຈຸດິນລະເບີດຢູ່ໃກ້ກັບສຳນັກງານສະຖານີໂທລະພາບແຫ່ງຊາດຊີຣີ, ຢູ່ໃຈກາງນະຄອນຫຼວງ Damascus ອັນໄດ້ກໍ່ຄວາມເສຍຫາຍທາງດ້ານວັດຖຸ ແລະ ເຮັດໃຫ້ຊ່ອງໂທລະພາບຊ່ອງໜຶ່ງຖືກໂຈະໄວ້ຊົ່ວຄາວ.