ເຫດວາງລະເບີດດ້ວຍລົດໂອໂຕ ຢູ່ໃກ້ກັບເຂດຊານນະຄອນ Sadr
(ພາບ: THX/TTXVN)
(vovworld) - ວັນທີ 17/05 ຢູ່ນະຄອນຫລວງ Baghdad ຂອງ ອີຣັກ ໄດ້ເກີດເຫດວາງລະເບີດ ເຮັດໃຫ້ 69 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຮັບບາດເຈັບ ໃນບັນດາເຫດວາງລະເບີດຢ່າງລຽນຕິດ. ນັ້ນແມ່ນເຫດວາງລະເບີດສະຫຼະຊີບເກີດຂຶ້ນຢູ່ເມືອງ Al – Shaab ສະຖານທີ່ເຕົ້າໂຮມຊາວມຸດສະລິມນິກາຍ Shiite ຈຳນວນຫລາຍ ເຮັດໃຫ້ 34 ຄົນເສຍຊີວິດ ແລະ 75 ຄົນຮັບບາດເຈັບ. ໃນຂະນະນັ້ນ ເຫດວາງລະເບີດດ້ວຍລົດໂອໂຕ ຢູ່ໃກ້ກັບເຂດຊານນະຄອນ Sadr ທີ່ຊາວ Shiite ດຳລົງຊີວິດຈຳນວນຫລາຍ ເຮັດໃຫ້ 18 ຄົນເສຍຊີວິດ ແລະ 35 ຄົນຮັບບາດຈັບ. 2 ເຫດວາງລະເບີດອື່ນໆ ເກີດຂຶ້ນຢູ່ເຂດ Al – Rasheed ທາງທິດໃຕ້ນະຄອນຫລວງ Baghdad ເຮັດໃຫ້ 8 ຄົນເສຍຊີວິດ ແລະ 22 ຄົນຮັບບາດເຈັບ ແລະ ເຂດ Habibiya ເຮັດໃຫ້ 9 ຄົນເສຍຊີວິດ ແລະ 18 ຄົນຮັບບາດເຈັບ. ອົງການລັດອິດສະລາມ (IS) ອ້າງຊື່ເອງ ໄດ້ກ່າວຮັບຜິດຊອບ 1 ໃນຈຳນວນ 3 ເຫດບຸກໂຈມຕີດັ່ງກ່າວ.