ເຫດວາງລະເບີດ
ພາບ:internet
|
(vovworld)- ວັນທີ 25/6, ວົງການເຈົ້າຫນ້າທີ່ອີຣັກໃຫ້ຮູ້ວ່າ, ມີຜູ້ວາງລະເບີດສະຫລະຊີບສອງຄົນໄດ້ບຸກໂຈມຕີບໍລິເວນແຫ່ງຫນຶ່ງຂອງບັນດາຜູ້ແຫ່ຂະບວນປະທ້ວງຢູ່ ເທດສະບານ Tuz Khumartu ທາງພາກເຫນືອ ອີຣັກ ເຮັດໃຫ້ 14 ຄົນເສຍຊີວິດ ແລະ 71 ຄົນຖືກບາດເຈັບ,ໃນນັ້ນ ມີຜູ້ຫນຶ່ງແມ່ນອະດີດຮອງເຈົ້າແຂວງ ແລະ ລູກຊາຍຂອງເພີ່ນ 2 ຄົນ. ບັນດາຜູ້ແຫ່ຂະບວນປະທ້ວງດັ່ງກ່າວພວມແຫ່ຂະບວນຄັດຄ້ານສະພາບຂາດຄວາມສະຫງົບປອດໄພຢູ່ເທດສະບານ ຊື່ງແມ່ນແຫ່ງທີ່ເຄີຍເກີດເຫດບຸກໂຈມຕີເປັນປະຈຳ. ແລະກໍໃນວັນດຽວກັນ, ລົດເມຂົນສົ່ງຊາວອິດສະລາມ ນິກາຍຊີອາ ກໍ່ຖືກວາງລະເບີດ ຢູ່ເທດສະບານ Iskandiriyah ທາງພາກໃຕ້ ແບກແດດ ເຮັດໃຫ້ 3 ຄົນເສຍຊີວິດ ແລະ 15 ຄົນຖືກບາດເຈັບ.