(vovworld) – ຢ່າງໜ້ອຍຊຸດມີ 36 ຄົນເສຍຊີວິດ ແລະ 100 ຄົນຖືກຮັບບາດເຈັບໃນບັນດາເຫດວາງລະເບີດທີ່ເກີດຂຶ້ນຢ່າງລຽນຕິດຢູ່ນະຄອນຫຼວງແບກແດດ ຂອງອີຣັກ ໃນວັນທີ 16/10. ວົງການຕຳຫຼວດ ແລະ ສາທາລະນະສຸກໃຫ້ຮູ້ວ່າ ໄດ້ເກີດເຮັດວາງລະເບີດລົດໂອໂຕ 4 ຄັ້ງ, ໃນນັ້ນມີເຫດວາງລະເບີດສະຫຼະຊີບ ແລະ ເຫດຍິງປືນຄົກໃສ່ບັນດາເຂດທີ່ມີຊາວມຸດສະລິມນິກາຍ Shi’ite ພວມດຳລົງຊີວິດຢູ່ທາງທິດເໜືອນະຄອນຫຼວງແບກແດດ ເປັນຈຳນວນຫຼວງຫຼາຍ. ເຫດວາງລະເບີດສະຫຼະຊີບຄັ້ງທຳອິດແນໃສ່ປ້ອມກວດກາຂອງກອງທັບອີຣັກ ຢູ່ເມືອງ Talbiya, ທາງທິດເໜືອແບກແດດ, ເຮັດໃຫ້ 9 ຄົນເສຍຊີວິດ ແລະ 23 ຄົນຖືກຮັບບາດເຈັບ. ຫຼັງຈາກນັ້ນ 45 ນາທີ, ເກີດເຫດວາງລະເບີດລົດໂອໂຕຢ່າງລຽນຕິດຢູ່ເມືອງ al Dawlai ທິດຕາເວັນຕົກແບກແດດ ເຮັດໃຫ້ຢ່າງໜ້ອຍຊຸດ 16 ຄົນເສຍຊີວິດ ແລະ 35 ຄົນຖືກບາດເຈັບ. ຜູ້ຖືກເຄາະຮ້າຍສ່ວນຫຼາຍແມ່ນສາມັນຊົນ. ຕໍ່ຈາກນັ້ນ 2 – 3 ນາທີ, ມີລູກປືນຄົກໜ່ວຍໜຶ່ງຖືກຍິງໃສ່ເມືອງ al Shaoula ຂອງຊາວ Shi’ite ເຮັດໃຫ້ 5 ຄົນເສຍຊີວິດ ແລະ 21 ຄົນຖືກບາດເຈັບ. ເຫດວາງລະເບີດດ້ວຍລົດໂຕໂຕຄັ້ງສຸດທ້າຍເກີດຂຶ້ນຢູ່ເມືອງ Hurriya ເຮັດໃຫ້ 6 ຄົນເສຍຊີວິດ ແລະ 14 ຄົນຖືກບາດເຈັບ.