ເຫດວາງລະເບີດສະຫລະຊີບກໍ່ຄວາມບາດ
ເຈັບລົ້ມຕາຍຢູ່ອາບການິດສະຖານ
(ພາບ: Reuters)
(vovworld) - ວັນທີ 17/1, ຢ່າງໜ້ອຍສຸດມີ 13 ຄົນເສຍຊີວິດ ແລະ 14 ຄົນຮັບບາດເຈັບ ເມື່ອເກີດເຫດວາງລະເບີດສະຫລະຊີບບຸກໂຈມຕີເຮືອນຂອງນັກການເມືອງມີຊື່ສຽງ Obaidullah Shinwari ຢູ່ນະຄອນ Jalalabad, ຊຶ່ງແມ່ນເມືອງເອກຂອງແຂວງ Nangrhar, ພາກຕາເວັນອອກ ອາບການິດສະຖານ. ແຕ່ວ່າ ນັກການເມືອງ Obaidullah Shinwari ບໍ່ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດການບຸກໂຈມຕີດັ່ງກ່າວ.