ເຫດວາງລະເບີດສະຫລະຊີບຢ່າງຮ້າຍແຮງຢູ່ກາເມີຣຸນ

ເຫດວາງລະເບີດສະຫລະຊີບຢ່າງຮ້າຍແຮງຢູ່ກາເມີຣຸນ - ảnh 1
ບັນດາມືປືນ Boko Haram
(ພາບ: AP)

(vovworld) – ​ ວັນ​ທີ 25/01, ຢ່າງ​ໜ້ອຍ​ສຸດ​ມີ​ຜູ້​ເສຍ​ຊີວິດ 25 ຄົນ ​ແລະ ຜູ້ົ​ໄດ້ຮັບ​ບາດ​ເຈັບ​ຈຳນວນ​ໜຶ່ງໃນ​ບັນດາ​ເຫດ​ວາງ​ລະ​ເບີດ​ສະຫລະ​ຊີບຢູ່ໝູ່​ບ້ານ​ໜຶ່ງ​​ໃນເຂດ Far North ຂອງ ກາ​ເມີຣຸນ. ນີ້​ໄດ້​ຮັບ​ຖື​ວ່າ: ​ແມ່ນບັນດາ​ເຫດບຸກ​ໂຈມ​ຕີນອງ​ເລືອດ​ທີ່​ສຸດ​ໃນ​ບັນດາ​ເຫດ​ວາງ​ລະ​ເບີ​ດມໍ່​ໆ​ມາ​ນີ້ ​ເຂດ​ທີ່​​ເຄີຍ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ພວກ​ກະບົດ​ອິດສະ​ລາມ Boko Haram. ​ເມື່ອ​ແລກປ່ຽນ​ກັບ​ວົງ​ການນັກ​ຂ່າວ, ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນຜູ້​ໜຶ່ງທີ່​ບໍ່​ເຜີຍ​ຊື່​ໃຫ້​ຮູ້​ວ່າ: ມີ​ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ 2 ຄົນໄດ້ວາງ​ລະ​ເບີດຢູ່​​ຕະຫລາດ​ໃຈກາງ Bodo, ​ໃນ​ຂະນະ​ນັ້ນອີກ 2 ຄົນທີ່​ຍັງ​ເຫຼືອ ​ໄດ້​ບຸກ​ໂຈມ​ຕີຢູ່​ທາງ​ເຂົ້າ - ອອກ​ຕົ້ນຕໍຂອງ​ເທດສະບານ​ດັ່ງ​ກ່າວ. ປະ​ຈຸ​ບັນ ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດຍອມຮັບ​ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ເຈົ້າ​ໜ້າ​ທີ່ ກາ​ເມີຣຸນ ສົງ​ໄສ​ວ່າ ພວກ​ກະບົດ​ອິດສະ​ລາມ Boko Haram ​ໄດ້​ໜູນ​ຫລັງ​ເຫດການ​ນີ້.

ຂ່າວ/ບົດ​ອື່ນ