(VOVWORLD) - ກໍາມະກອນສ້ອມແປງທາງລົດໄຟໄດ້ເຊື່ອມຕໍ່ພິດລະບົບສັນຍານເອເລັກໂຕນິກ, ເຮັດໃຫ້ 3 ຂະບວນລົດໄຟຕ່ຳກັນ.
ອຸປະຕິເຫດລົດໄຟຕ່ຳກັນເກີດຂຶ້ນໃນວັນທີ 2 ມິຖຸນາ ຢູ່ ສະຖານີລົດໄຟ Bahanaga Bazar (ພາບ: AFP/TTXVN) |
ຕອນເຊົ້າວັນທີ 4 ກໍລະກົດ, ຄະນະກຳມະການຄວາມປອດໄພທາງລົດໄຟ (CRS) ຂອງ ອິນເດຍ ໄດ້ປະກາດບົດລາຍງານສືບສວນເຫດອຸປະຕິເຫດລົດໄຟຢ່າງຮ້າຍແຮງ ເຮັດໃຫ້ຜູ້ໂດຍສານນັບຮ້ອຍຄົນເສຍຊີວິດເມື່ອຕົ້ນເດືອນແລ້ວນີ້, ໃນນັ້ນ ໄດ້ສະຫຼຸບວ່າ ກໍາມະກອນສ້ອມແປງທາງລົດໄຟໄດ້ເຊື່ອມຕໍ່ພິດລະບົບສັນຍານເອເລັກໂຕນິກ, ເຮັດໃຫ້ 3 ຂະບວນລົດໄຟຕ່ຳກັນ.
ອຸປະຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 2 ມິຖຸນາ ຢູ່ ສະຖານີລົດໄຟ Bahanaga Bazar, ລັດ Odisha, ພາກຕາເວັນອອກ ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 288 ຄົນ ແລະ ກວ່າ 1.000 ຄົນຮັບບາດເຈັບ.