ເຫດແຜ່ນດິນໄຫວສືບຕໍ່ເກີດຂຶ້ນຢູ່ເນປານ: ກວ່າ 1.100 ຄົນຮັບບາດເຈັບ ແລະ ເສຍຊີວິດ
(ພາບປະກອບ: toancanhbaochi.vn)
(vovworld) – ຕາມກະຊວງພາຍໃນເນປານ ແລ້ວ, ຢ່າງໜ້ອຍສຸດມີ 37 ຄົນເສຍຊີວິດ ແລະ 1.129 ຄົນຮັບບາດເຈັບ ໃນເຫດແຜ່ນດິນໄຫວມີແຮງສັ່ນສະເທື່ອນ 7,3 ຣິກເຕີ ເຊິ່ງເກີດຂຶ້ນໃນວັນທີ 12/05 ຢູ່ປະເທດນີ້. ຕາມຕົວເລກສະຖິຕິລ້າສຸດ, ເຫດແຜ່ນດິນໄຫວໄດ້ເຮັດໃຫ້ຢ່າງໜ້ອຍສຸດ 37 ຄົນຢູ່ເນປານ ແລະ 17 ຄົນຢູ່ເຂດຊາຍແດນທາງທິດເໜືອອິນເດຍ ຖືກເສຍຊີວິດ. ນອກຈາກນັ້ນ, ເຫດແຜ່ນດິນໄຫວໄດ້ເຮັດໃຫ້ເຮືອນບາງຫຼັງຢູ່ເຂດປົກຄອງດ້ວຍຕົນເອງທິເບດ ຂອງຈີນ ຖືກພັງຖະຫຼົ່ມ, ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ 2 ຄົນຮັບບາດເຈັບ. ຕາມກະຊວງພາຍໃນເນປານ ແລ້ວ, ການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບພວມໄດ້ປະຕິບັດຢູ່ເມືອງຕ່າງໆທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວຢ່າງໜັກໜ່ວງທີ່ສຸດ ດ້ວຍການໜູນຊ່ວຍຂອງເຮືອບິນເອລີກອບເຕີ.