ເອກອັກຄະລັດຖະທູດນີເຊເຣຍປະຈຳສະຫະປະຊາຊາດດຳລົງຕຳແໜ່ງປະທານສະມັດຊາໃຫຍ່ສປຊຢ່າງເປັນທາງການ

(VOVWORLD) -ວັນທີ 04 ມິຖຸນາ, ທ່ານ Tijjani Muhammad Bande, ເອກອັກຄະລັດຖະທູດ ນີເຊເຣຍ ປະຈຳສະຫະປະຊາຊາດ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະມັດຊາໃຫຍ່ສະຫະປະຊາຊາດ, ດ້ວຍການເຫັນດີເຫັນພ້ອມຢ່າງສູງ, ແທນໃຫ້ທ່ານນາງ Maria Ferbanda ຊາວ ເອກວາດໍ.

ເອກອັກຄະລັດຖະທູດນີເຊເຣຍປະຈຳສະຫະປະຊາຊາດດຳລົງຕຳແໜ່ງປະທານສະມັດຊາໃຫຍ່ສປຊຢ່າງເປັນທາງການ - ảnh 1 ທ່ານ Tijjani Muhammad Bande

(ພາບ: UN)

ທ່ານ Muhammad Bande ຖະແຫຼງວ່າ, ຈະໃຫ້ບຸລິມະສິດໃຫ້ແກ່ບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ການສຶກສາທີ່ມີຄຸນນະພາບ ແລະ ການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດໃນອາຍຸການຂອງຕົນ.

        ເມື່ອເປັນປະທານວາລະໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 74 ຢ່າງເປັນທາງການ ໃນເດືອນ ກັນຍາ ຈະມາເຖິງນັ້ນ, ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ຄວາມວັດທະນາຖາວອນ, ໂດຍສະເພາະແມ່ນກຸ່ມປະຊາຊົນ ມີຄວາມສ່ຽງສູງກວ່າເພິ່ນ.

        ທ່ານ Muhammad Bande ກໍ່ໃຫ້ຮູ້ວ່າ, ທ່ານຈະສຸມຈິດສຸມໃຈໃສ່ເລື່ອງປັບປຸງສິດທິມະນຸດ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມ ກໍຄືໃຫ້ບຸລິມະສິດຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທົ່ວລະບົບຂອງອົງການສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ