ເອກອັກຄະລັດຖະທູດຫວຽດນາມປະຈຳລາວອວຍພອນທ່ານປະທານປະເທດບຸນຍັງວໍລະຈິດ

ເອກອັກຄະລັດຖະທູດຫວຽດນາມປະຈຳລາວອວຍພອນທ່ານປະທານປະເທດບຸນຍັງວໍລະຈິດ - ảnh 1

(vovworld) – ຕອນ​ເຊົ້າ​ວັນ​ທີ 22/4, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ ຫງວຽນ​ແມ້ງ​ຮູ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາວ ​ໄດ້​ໄປ​ອວຍພອນ​ທ່ານ​ເລຂາທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ​ລາວ ບຸນ​ຍັງ ວໍລະ​ຈິດ, ​ເນື່ອງ​ໃນ​ໂອກາດ​​ສະພາ​ແຫ່ງ​ຊາດ, ​ອົງການ​ຕາງໜ້າ​ໃຫ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ລາວ ​ໃນ​ທົ່ວ​ປະ​ເທ​ດ​ໄດ້​ເລືອກ​ຕັ້ງ​ທ່ານເປັນ​ປະທານປະ​ເທດ ສປປ ລາວ. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮູ່ງ ​ເຊື່ອ​ໝັ້ນ​ວ່າ: ພາຍ​​ໃຕ​້ການ​ນຳພາ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ, ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ, ​ເພື່ອ​ໃຫ້ການ​ພົວພັນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ຄວາມຂຽວ​ສົດ​ງົດ​ງາມຕະຫຼອດ​ໄປ.

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ບຸນ​ຍັງ ວໍລະ​ຈິດ ຢັ້ງຢືນ​ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ ​ແລະ ໜູນ​ຊ່ວຍ​ເພື່ອ​ໃຫ້​ສະຖານທູ​ດ ຫວຽດນາມ ​ແລະ ບັນດາ​ອົງການ​ອ້ອມ​ຂ້າງ​ສະຖານທູດ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຢ່າງສຳ​ເລັດຜົນ.


ຂ່າວ/ບົດ​ອື່ນ