(VOVWORLD) -ຖະແຫຼງການຂອງການນຳ ເອຢິບ ໄດ້ຍົກອອກມາໃນຂອບເຂດການຕ້ອນຮັບທ່ານ Wamkele Mene ເລຂາທິການໃຫຍ່ AfCFTA ທີ່ພວມຢ້ຽມຢາມ ກາຍໂຣ ເພື່ອແນໃສ່ແລກປ່ຽນກ່ຽວກັບຂໍ້ຕົກລົງທາງການຄ້າ ທີ່ມີຄວາມສາມາດບົ່ມຊ້ອນນີ້.
ພາບປະກອບ: THX/TTXVN |
ວັນທີ 17 ມັງກອນ, ທ່ານ ປະທານາທິບໍດີ ເອຢິບ Abdel-Fattah El-Sisi ໄດ້ຢັ້ງຢືນວ່າ ເອຢິບກຽມພ້ອມການໜູນຊ່ວຍດ້ານວິຊາສະເພາະ ເພື່ອຊ່ວຍຊຸກຍູ້ເຂດການຄ້າເສລີ ທະວີບອາບຟຼິກກາ (AfCFTA). ຖະແຫຼງການຂອງການນຳ ເອຢິບ ໄດ້ຍົກອອກມາໃນຂອບເຂດການຕ້ອນຮັບທ່ານ Wamkele Mene ເລຂາທິການໃຫຍ່ AfCFTA ທີ່ພວມຢ້ຽມຢາມ ກາຍໂຣ ເພື່ອແນໃສ່ແລກປ່ຽນກ່ຽວກັບຂໍ້ຕົກລົງທາງການຄ້າ ທີ່ມີຄວາມສາມາດບົ່ມຊ້ອນນີ້.
ບັນດາປະເທດ ອາບຟຼິກກາ ໄດ້ເລີ່ມປະຕິບັດ ສັນຍາ AfCFTA ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2021, ພາຍຫຼັງຖືກຢຸດສະງັກມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ - 19. ຕາມ ສະຫະພາບ ອາບຟຼິກກາ (AU) ແລ້ວ, ເມື່ອເຂົ້າຮ່ວມການເຄື່ອນໄຫວຢ່າງຄົບຖ້ວນ, AfCFTA ຈະແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ທີ່ມີຈຳນວນປະຊາກອນ 1,3 ຕື້ຄົນ ແລະ ຍອດມູນຄ່າຜະລິດຕະພັນພາຍໃນປະເທດ (GDP) ຂຶ້ນເຖິງ 3.400 ຕື້ USD.