ເອີຣົບ ສົມທົບ​​ແຜນການ​ຟື້ນຟູ​ເສດຖະກິດ ກັບ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ຂໍ້​ຕົກລົງ​ຂຽວ

(VOVWORLD) -   ວິກິດການໂດຍໂລກລະບາດໂຄວິດ -  19 ໄດ້ເຮັດໃຫ້ປະລິມານການປ່ອຍອາຍພິດ CO2 ຢູ່ເອີຣົບຫຼຸດລົງເຖິງ 27%.
ເອີຣົບ ສົມທົບ​​ແຜນການ​ຟື້ນຟູ​ເສດຖະກິດ ກັບ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ຂໍ້​ຕົກລົງ​ຂຽວ - ảnh 1 (ພາບປະກອບ: THX/ TTXVN)

      ບັນດາສັນຍານຕັ້ງໜ້າສໍາລັບສິ່ງແວດລ້ອມສືບຕໍ່ໄດ້ຮັບການປັບປຸງ ເມື່ອໃນອາທິດນີ້, ຄະນະກໍາມະການເອີຣົບ (EC) ຈະປະກາດແຜນການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ດ້ວຍງົບປະມານອາດຈະຂຶ້ນເຖິງ 1.000 ຕື້ ເອີໂຣ ແລະ ແຜນການນີ້ ອາດຈະອີງໃສ່ບັນດາມາດຕະການທີ່ເປັນປະໂຫຍດຕໍ່ສິ່ງແວດລ້ອມ ແລະ ຊ່ວຍຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ.

        ກ່ອນໜ້ານັ້ນ, ວົງການນັກສັງເກດການດ້ານການເມືອງຢູ່ເອີຣົບ ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຟື້ນຟູເສດຖະກິດຂອງ EC  ເຊິ່ງຕາມເຂົາເຈົ້າແລ້ວ, ຂົງເຂດການຄົມມະນາຄົມ ຈະແມ່ນຈຸດສຸມໃນຄວາມມານະພະຍາຍາມຟື້ນຟູເສດຖະກິດຂອງກຸ່ມ. ຕາມນັ້ນແລ້ວ, ອີຢູ ຈະສ້າງຕັ້ງລະບົບ ເພື່ອໜູນຊ່ວຍການກະຕຸ້ນຄວາມຕ້ອງການສໍາລັບລົດໄຟຟ້າ - ລົດໂອໂຕ ປະເພດທີ່ກໍ່ມົນລະພິດໜ້ອຍຕໍ່ສິ່ງແວດລ້ອມ, ພ້ອມກັນນັ້ນ, ນັບແຕ່ນີ້ຮອດປີ 2025 EC ຈະກໍ່ສ້າງສະຖານີສາກລົດໄຟຟ້າຢູ່ ອີຢູ ຂຶ້ນ ທົາ 2 ເທົ່າ. ນອກຈາກນັ້ນ, EC ກໍຈະສະເໜີສ້າງຕັ້ງບັນດາຕາໜ່າງທາງລົດໄຟໃໝ່ທີ່ເປັນມິດກັບສິ່ງແວດລ້ອມກວ່າ, ຊໍ້າບໍ່ໜໍາມຸ່ງໄປສູ່ການປ່ຽນແທນບັນດາສາຍການບິນ. ພ້ອມກັນນັ້ນ, ອີຢູ ກໍໄດ້ຕັ້ງເປົ້າໝາຍເພີ່ມທະວີການປ່ຽນແປງໃໝ່ປະດິດຄິດສ້າງໃນຂົງເຂດກໍ່ສ້າງ ເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ. 

ຕອບກັບ

ຂ່າວ/ບົດ​ອື່ນ