ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງານຄວາມດີຕໍ່ປະເທດຊາດ

ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງານຄວາມດີຕໍ່ປະເທດຊາດ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ພົບ​ປະ​ກັບ​
ຄະນະ​ຜູ້​ແທນ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຂອງ​ສູນ​ບຳລຸງ​ຜູ້​ເຖົ້າ​ແກ່​ທິ​ແງ່)


(vovworld) - ຕອນ​ເຊົ້າ​ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຂອງ​ສູນ​ບຳລຸງ​ຜູ້​ເຖົ້າ​ແກ່​ທິ​ແງ່, ນະຄອນ​ໂຮ່ຈີ​ມິນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຍ້ອງຍໍ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີຂອງ​ສູນ​ດັ່ງກ່າວ, ​ເຖິງ​ວ່າ​ອາຍຸ​ສູງ, ສຸຂະພາບ​ອ່ອນ​ເພຍ​ແລ້ວ, ​ແຕ່​ເຂົາ​ເຈົ້າ​ຍັງ​ເປັນ​ແບບຢ່າງ​ໃນ​ການ​ດຳ​ເນີນຊີວິດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕີ​ລາຄາ​ສູງ​ນະຄອນ​ໂຮ່ຈີ​ມິນ ​ທີ່ໄດ້​ກໍ່ສ້າງ​ສູນ​ເບິ່ງ​ແຍງ​ຜູ້​ມີ​ຄຸນງາມຄວາມດີ​ຢູ່​ນະຄອນ​ໂຮ່ຈິ​ມິນ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ບ່ອນ​ກິນ, ບ່ອນຢູ່, ​ໄດ້​ຮັບ​ກວດ ​ແລະ ປິ່ນປົວ​ພະຍາດ ​ແລະ ຜູ້​ລະ​ໄດ້ 1.2 ລ້ານ​ດົ່ງ/​ເດືອນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຫວັງ​ວ່າ​, ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ຈະ​ຮຳ່ຮຽນ ​ແລະ ພັດທະນາ​ຮູບ​ແບບ​ນີ້.

ຂ່າວ/ບົດ​ອື່ນ