ເຮືອນຂຽວຂອງສປຊຢູ່ຮ່າໂນ້ຍຮັບລາງວັນຂອງສະພາກິດຈະກຳຂຽວໂລກ

(VOVWORLD) -ວັນທີ 06 ກັນຍາ, ທີ່ພິທີມອບລາງວັນກິດຈະກຳຂຽວພາກພື້ນອາຊີ - ປາຊີຟິກ ເຊິ່ງດຳເນີນຢູ່ສິງກະໂປ

ເຮືອນຂຽວຂອງສປຊຢູ່ຮ່າໂນ້ຍຮັບລາງວັນຂອງສະພາກິດຈະກຳຂຽວໂລກ - ảnh 1 ເຮືອນຂຽວຂອງສະຫະປະຊາຊາດ

(ພາບ: ສະຫະປະຊາຊາດ)

ກິດຈະກຳເຮືອນຂຽວຂອງສະຫະປະຊາຊາດ (GOUNH) ຢູ່ຫວຽດນາມ ໄດ້ຮັບລາງວັນ ການນຳໃນການອອກແບບ ແລະ ເຄື່ອນໄຫວແບບຍືນຍົງ, ນອນໃນລາງວັນມອບໃຫ້ສຳນັກງານຂອງອົງການຈັດຕັ້ງ, ໂດຍສະພາກິດຈະກຳຂຽວໂລກ (WorldGBC) ມອບໃຫ້.

        ເມື່ອຕີລາຄາກ່ຽວກັບຄຸນນະພາບ ແລະ ຄວາມໝາຍຂອງກິດຈະກຳ, ທ່ານ Joelle Chen, ຫົວໜ້າພາກພື້ນອາຊີ - ປາຊີຟິກ ຂອງເຄືອຂ່າຍ WorldGBC ແລະ ກໍ່ແມ່ນໜຶ່ງໃນບັນດາກຳມະການໃນການມອບລາງວັນ ຖືວ່າ, GOUNH ຢູ່ຮ່າໂນ້ຍ ແມ່ນຮູບແບບກໍ່ສ້າງແບບຍືນຍົງຢູ່ຫວຽດນາມ ແລະ ສະແດງໃຫ້ເຫັນວິທີອອກແບບຢ່າງມີຫົວຄິດປະດິດສ້າງ ແລະ ການເຄື່ອນໄຫວແບບຍືນຍົງໃຫ້ບັນດາຕຶກອາຄານທັນສະໄໝ ແລະ ສ້າງພື້ນຖານໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ໃຫ້ບັນລຸຜົນສຳເລັດ.

        ເຮືອນຂຽວຂອງສະຫະປະຊາຊາດ (GOUNH) ໄດ້ເປີດສະຫຼອງໃນເດືອນ ພຶດສະພາ 2015 ແລະ ໄດ້ອອກແບບດ້ວຍເປົ້າໝາຍເພື່ອຮັບມືກັບບັນດາສິ່ງທ້າທາຍຈາກສິ່ງແວດລ້ອມເຊິ່ງຫວຽດນາມ ພວມປະເຊີນໜ້າ ແລະ ຫຼຸດຜ່ອນການປ່ອຍອາຍຜິດ carbon.

ຕອບກັບ

ຂ່າວ/ບົດ​ອື່ນ