“ເຮືອນຫວຽດ ແຫ່ງຄວາມອົບອຸ່ນ” ປະກອບສ່ວນເພີ່ມຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມອາໄສຢູ່ອັງກິດ

“ເຮືອນຫວຽດ ແຫ່ງຄວາມອົບອຸ່ນ” ປະກອບສ່ວນເພີ່ມຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມອາໄສຢູ່ອັງກິດ - ảnh 1
ງານ​ພົບ​ປະ​ແລກປ່ຽນ “​ເຮືອນ​ຫວຽດ ແຫ່ງ​ຄວາມອົບ​ອຸ່ນ”
(ພາບ: vietnamplus.vn)


(vovworld) –  ວັນ​ທີ 10/08, ຢູ່​ນະ​ຄອນຫຼວງ ລອນ​ດອນ, ດ້ວຍ​ການ​ອຸປະຖຳ ​ແລະ ໜູນຊ່ວຍ​​ໂດຍ​ກົງ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງ​ກິດ ​ແລະ ອ້າຍ​ແລນ​ເໜືອ, ສະມາຄົມ​ຊາວ​ຫວຽດນາມ ປະຈຳລາຊະ​ອານາຈັກ​ອັດ​ກິດ (VAUK) ​ໄດ້​ຈັດ​ງານ​ພົບ​ປະ, ​ແລກປ່ຽນ​ອາຫານ​ການ​ກິນ ​ແລະ ວັດ​ທະນະ​ທຳ ດ້ວຍ​ຊື່ວ່າ “​ເຮືອນ​ຫວຽດ ແຫ່ງ​ຄວາມອົບ​ອຸ່ນ” ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນບົນ​ຈິດ​ໃຈ “ອຸ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ”, ຈາກ​ນັ້ນ​ສ້າງ​ປະຊາ​ຄົມ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ ​ແລະ ພັດທະນາ. ທ່າ​ນ ​ເຊີນ​ແທ່ງ, ປະທານ​ສະມາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ລາຊະ​ອານາຈັກ​ອັງ​ກິດ ​ໃຫ້​ຮູ້​ວ່າ, ງານ​ພົບ​ປະ​ແລກປ່ຽນ “​ເຮືອນ​ຫວຽດ ແຫ່ງ​ຄວາມອົບ​ອຸ່ນ” ​ໄດ້​ສ້າງ​ຕັ້ງ​ຂຶ້ນບົນ​ຈິດ​ໃຈ​ສ້າງ​​ເປັນ​ແຫ່ງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນພົບ​ປະ, ​ເວົ້າ​ພາສາ​ຫວຽດ, ພ້ອມ​ກັນ​ໂອ້​ລົມ​ກ່ຽວ​ກັບ​ຊີວິດ ​ແລະ ວຽກ​ງານ, ຈາກ​ນັ້ນ​ເພີ່ມ​ທະວີ​ກຄວາມ​ສາມັກຄີ ​ແລະ ​ສ້າງ​ຄວາມ​ສະໜິດ​ຕິດ​ພັນ​ໃນ​ປະຊາ​ຄົມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເຊື່ອມ​ຕໍ່​ກຳລັງ​ແຮງ​ຂອງ​ປະຊາ​ຄົມ ​ເຊິ່ງ VAUK ຈະ​ສືບ​ຕໍ່​ຮັກສາ​ຢູ່​ສະ​ເໝີ 3 ​ເດືອນ​ເທື່ອ​ໜຶ່ງ.

ຂ່າວ/ບົດ​ອື່ນ