ເຮືອບິນ MH 370 ຖືກຕົກຢູ່ທາງທິດໃຕ້ ມະຫາສະມຸດອີນເດຍ
ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak
(ພາບ: Reuters)
(vovworld) - ຕອນຄໍ່າວັນທີ 24/03, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak ໄດ້ຈັດກອງປະຊຸມຂ່າວໂດຍໃຫ້ຮູ້ວ່າ ບັນດາຜູ້ສືບສວນໄດ້ສະຫຼຸບວ່າ ເຮືອບິນ MH 370 ຂອງບໍລິສັດການບິນ Malaysia Airlines ຖືກຕົກຢູ່ທາງພາກໃຕ້ມະຫາສະມຸດອີນເດຍ. ທ່ານນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ໄດ້ໄຈ້ແຍກຂໍ້ມູນຂອງບໍລິສັດດາວທຽມ Inmasat ຂອງອັງກິດ ຊີ້ໃຫ້ເຫັນວ່າ ເຮືອບິນ MH 370 ໄດ້ບິນຕາມແລວທາງທິດໃຕ້ ແລະ ສັນຍາບອກເຕືອນທີ່ຕັ້ງ ຄັ້ງສຸດທ້າຍຂອງເຮືອບິນແມ່ນຢູ່ກາງມະຫາສະມຸດອີນເດຍ, ທິດຕາເວັນຕົກຂອງນະຄອນ Perth, ລັດ ອົດສຕາລີຕາເວັນຕົກ. ທີ່ຕັ້ງດັ່ງກ່າວບໍ່ໃກ້ກັບບໍ່ວ່າສະຖານທີ່ໃດໆທີ່ສາມາດລົງຈອດໄດ້. ທ່ານ Najib ໃຫ້ຮູ້ລະອຽດຕື່ມອີກກ່ຽວກັບຂໍ້ມູນຂ່າວສານດັ່ງກ່າວຖືກປະກາດຢ່າງຄົບຖ້ວນໃນວັນທີ 25/03. ທ່ານກໍ່ໃຫ້ຮູ້ວ່າ ບໍລິສັດການບິນ Malaysia Airlines ໄດ້ແຈ້ງບັນດາການຜັນແປ່ໃໝ່ນີ້ເຖິງຍາດຕິພີນ້ອງຂອງບັນດາຜູ້ໂດຍສານ ແລະ ຈຸບິນ. ທ່ານໄດ້ແປ່ງປັນຄວາມຫຍຸ້ງຍາກ ແລະ ຄວາມເສົ້າລະຫຼົດໃຈກັບຍາດຕິພີນ້ອງຂອງເຂົາເຈົ້າ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ຫາງສຽງເຄົາລົບບັນຫາສ່ວນຕົວຂອງເຂົ້າເຈົ້າ.
ພາຍຫຼັງໄດ້ຮັບຂ່າວຈາກທ່ານນາຍົກລັດຖະມົນຕີ ມາເລເຊຍ ກ່ຽວກັບເຫດການເຮືອບິນ MH 370 ຂອງປະເທດນີ້ຖືກອຸປະຕິເຫດຢູ່ທາງທິດໃຕ້ມະຫາສະມຸດອີນເດຍ, ວັນທີ 25/3/2014, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງພະບາດສົມເດັດພະເຈົ້າມະຫາຊີວິດ ມາເລເຊຍ Apdul Halim Mu’adzam Shah, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໄດ້ຝາກໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak .
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກໍ່ໄດ້ຝາກໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະມົນຕີການຕ່າງປະເທດ ມາເລເຊຍ Anifa Hj Aman.