ແກ້ໄຂການຂັດແຍ້ງຜືນແຜ່ນດິນແມ່ນຈຸດສຸມໃນການຢ້ຽມຢາມລັດເຊຍຂອງນາຍົກລັດຖະມົນຕີຍີ່ປຸ່ນ

ແກ້ໄຂການຂັດແຍ້ງຜືນແຜ່ນດິນແມ່ນຈຸດສຸມໃນການຢ້ຽມຢາມລັດເຊຍຂອງນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe
(ພ​າບ​ປະ​ກອບ: Amaze)

(vovworld) - ​ໃນ​ວັນ​ທີ 06/05 ຈ​ະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ຈະ​ໄປ Sochi, ນະ​ຄອນ​ພັກ​​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຂອງ​ລັດ​ເຊຍ ຢູ່​ຝ​ັ່ງ​ທະ​ເລດຳ ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຢູ່​ທີ່ນີ້. ຄາດ​ວ່າ, ບັນ​ຫາ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ​ລະ​ຫວ່າງ 2 ປະ​ເທດ​ຈະ​ແມ່ນ​ຈຸດ​ສຸມ​ຂອງ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ການ​ຢ້ຽມ​ຢາມນ​ີ້. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ່​ວັງ Kremlin, ​ໃນວັນ​ທີ 20/04, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ສະ​​ແດງ​ຄວາມ​ຫວັງ​ວ່າ ​ການ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້​ແກ່​ການ​ເປີດກວ້າງ​ການ​ພົບ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຍີ​່​ປຸ່ນ ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ​ລວມ ກໍ​ຄື​ຄິດ​ໄລ່​ເຖິງ​​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ກໍ່​ເນັ້ນ​ໜັກ​ວ່າ ​ການ​ເພີ່​ມ​ທະ​ວີ​ການ​ເຈ​ລະ​ຈາ​ຫຼາຍ​ດ້ານ​ກັບ​ຍີ່​ປຸ່ນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ນ​ະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ